Vientiane Times Lao

ມີຜູ້ເດີນທາງເຂົ້າມາລາວ ໜຶ່ງພັນກວ່າຄົນໃນມື້ວານນີ້

ມີຜູ້ເດີນທາງເຂົ້າມາ ສປປ ລາວ ໂດຍຜ່ານດ່ານຕ່າງໆ ໃນມື້ວານ ນີ້ 1 ພັນກວ່າຄົນ, ເຊິ່ງທັງໝົດແມ່ນໄດ້ຮັບອະນຸຍາດຈາກຄະນະສະເພາະກິດ, ພ້ອມດຽວກັນ ໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້. ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ,…

ທະນາຄານທຸລະກິດ 21 ແຫ່ງທີ່ມີລູກຄ້າສິນເຊື່ອໄດ້ຮັບຜົນກະທົບຈາກໂຄວິດ-19

ທະນາຄານທຸລະກິດທັງໝົດ 43 ແຫ່ງ ແລະ ມີພຽງແຕ່ 21 ແຫ່ງ ທີີ່ໄດ້ລາຍງານໃຫ້ທະນາຄານ ແຫ່ງ ສປປ ລາວ ວ່າລູກຄ້າສິນເຊື່ອຂອງຕົນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19, ຫຼັງຈາກຄະນະສະເພາະກິດນະໂຍບາຍ ດ້ານເງິນຕາເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດພະຍາດ COVID-19 ໄດ້ອອກແຈ້ງການໃນບໍ່ດົນມານີ້ ເຖິງທະ ນາຄານ ຫຼື…

ໂຮງຮຽນແຫ່ງຕ່າງໆ ເອົາໃຈໃສ່ໃນການປ້ອງກັນ ໂຄວິດ-19

ບັນດາໂຮງຮຽນໃນທົ່ວປະເທດ ເອົາໃຈໃສ່ປະຕິບັດຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ແລະ ຄະນະສະເພາະກິດ ໃນການປ້ອງກັນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ທ່ານ ນາງ ປານີ ໄຊທົງເດດ ຄະນະອຳນວຍການໂຮງຮຽນ ສອງພາສາແສງສະຫັວນ ຕັ້ງຢູ່ບ້ານຊຳເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວວຽງຈັນທາຍ ໃນວັນທີ 18…

ຄະນະສະເພາະກິດ ໄດ້ແຈ້ງເຖິງທະນາຄານ, ສະຖາບັນການເງິນ ໃຫ້ປະຕິບັດນະໂຍບາຍຜ່ອນຜັນຕໍ່ລູກຄ້າ

ຄະນະສະເພາະກິດ ນະໂຍບາຍດ້ານເງິນຕາເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດພະຍາດ COVID-19 ໄດ້ອອກແຈ້ງການໃນບໍ່ດົນມານີ້ ເຖິງທະນາຄານ ຫຼື ສະຖາບັນການເງິນໃຫ້ປະຕິບັດນະໂຍບາຍຜ່ອນຜັນຕໍ່ລູກຄ້າທີໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19. ແຈ້ງການໄດ້ລະບຸໄວ້ວ່າ: ການຈັດຕັ້ງປະຕິບັດນະໂຍບາຍຜ່ອນຜັນລູກຄ້າທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ທີ່ຈະໄດ້ຮັບນະໂຍບາຍຈາກທະນາຄານ ຫຼື ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ຕ້ອງປະຕິບັດ ດັ່ງນີ້:  ໃຫ້ຂຽນໜັງສືສະເໜີ ເຖິງ ທະນາຄານ…

ຄະນະສະເພາະກິດ ຮຽກຮ້ອງໃຫ້ປະຕິບັດມາດຕະການຜ່ອນຜັນໃຫ້ຖືກຕ້ອງ

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ໃນໂອກາດຖະແຫຼງຂ່າວມື້ນີ້ວ່າ ຈົ່ງຮ່ວມແຮງຮ່ວມໃຈກັນສືບຕໍ່ປະຕິບັດ ບັນດາມາດຕະການທີ່ຜ່ອນຜັນ ແລະ ຂໍ້ແນະນໍາໃຫ້ຖືກຕ້ອງ. ມື້ນີ້ ວັນທີ 18 ພຶດສະພາ 2020 ເປັນມື້ເລິ່ມຕົ້ນປະຕິບັດຈົນເຖິງວັນທີ…

ພົບແລ້ວ ສົບຊາຍໜຸ່ມທີ່ຈົມນໍ້າຢູ່ໜ້າເຂື່ອນນໍ້າງື່ມ 1

ພົບແລ້ວສົບຊາຍໜຸມ ທີ່ຈົມນໍ້າໃນເວລາປະມານ 18 ໂມງ ຂອງວັນທີ 16 ພຶດສະພາ 2020, ຢູ່ໜ້າເຂື່ອນນໍ້າງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ (ທ່າລາດ). ອາສາສະໝັກຈາກໜ່ວຍກູ້ຊີບ-ກູ້ໄພ ກາແດງແຂວງວຽງຈັນ ໄດ້ກ່າວຕໍ່ທີມຂ່າວວຽງຈັນທາຍ ວ່າ ສົບຂອງຊາຍໜຸ່ມທີ່ຈົມນໍ້າເສຍຊີວິດ ພົບໃນຕອນບ່າຍຂອງມື້ນີ້ ໂດຍສົບຟູນໍ້າຂຶ້ນມາເອງ…

ອົງການກອຍກາ ມອບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19

ອົງການກອຍກາ ປະຈໍາລາວ (KOICA) ໄດ້ມອບເຄື່ອງຊ່ວຍເຫຼືອ ເພື່ອນໍາໃຊ້ເຂົ້າໃນວຽກງານຄວບຄຸມພະຍາດໂຄວິດ-19 ໃຫ້ສະຖາບັນພັດທະນາສີມືແຮງງານລາວ-ເກົາຫລີ ຢູ່ນະຄອນຫຼວງວຽງຈັນ. ພິທີມອບເຄື່ອງຊ່ວຍເຫລືອດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້ນມື້ນີ້ ຢູ່ທີ່ສະຖາບັນພັດທະນາສີມືແຮງງານລາວ-ເກົາຫລີ ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າຈາກສະຖານເອກອັກຄະລັດຖະທູດ ສ.ເກົາຫລີ ແລະ ອົງການກອຍກາ ປະຈໍາລາວ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້ລວມມີ ຜ້າອັດປາກ-ດັງ, ເຈວລ້າງມື, ຢາຂ້າເຊື້ອ, ເຄື່ອງອຸປະໂພກ ແລະ…

ຜູ້ທີ່ປີ່ນປົວໂຄວິດ-19 ຢູ່ໂຮງໝໍ ຈຳນວນໜຶ່ງ, ຖ້າຜົນກວດມື້ອື່ນບໍ່ພົບເຊື້ອ ອາດຈະໄດ້ກັບບ້ານ

ຄະນະສະເພາະກິດ ແຈ້ງໃຫ້ຊາບໃນຕອນບ່າຍມື້ນີ້ວ່າ ຜູ້ທີ່ນອນຕິດຕາມອາການ ຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ປະຈຸບັນມີອາການເບົາບາງ ແລະ ຈໍານວນໜຶ່ງ ຈະໄດ້ກວດວິເຄາະຫາເຊື້ອໃນມື້ອື່ນ, ຖ້າຫາກວ່າບໍ່ພົບເຊື້ອແມ່ນຈະໄດ້ອອກໂຮງໝໍ. ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍ…

ຊັ້ນ ປ5, ມ4 ແລະ ມ7 ຈະເລີ່ມສອບເສັງ ເດືອນກໍລະກົດ

ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ກຳນົດວັນທີ 13-17 ເດືອນກໍລະກົດ ສອບເສັງຈົບຊັ້ນປະ ຖົມສຶກສາ ປີທີ 5, ວັນທີ 22-24 ເດືອນກໍລະກົດ ສອບເສັງຈົບຊັ້ນມັດທະຍົມສຶກສາ ປີທີ 4 ແລະ ປີທີ 7…

ກຸ່ມບໍລິສັດພົງຊັບທະວີ ມອບອຸປະກອນການແພດ ເພື່ອປ້ອງກັນໂຄວິດ-19

ກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ໄດ້ມອບເຄື່ອງຊ່ວຍຫາຍໃຈຄົບຊຸດຈໍານວນ 5 ເຄື່ອງໃຫ້ລັດຖະບານໃນວັນທີ 5 ພຶດສະພາ 2020 ລວມມູນຄ່າທັງໝົດ 1.4 ຕື້ ກວ່າກີບ ເພື່ອປະກອບສ່ວນໃນການຊ່ວຍຊີວິດຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ປິ່ນປົວຢູ່ໂຮງໝໍ. ການຊ່ວຍເຫຼືອດັ່ງກ່າວມອບໂດຍ ຕາງໜ້າກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ແລະ ຮັບໂດຍ ທ່ານ…