Vientiane Times Lao

ການກໍ່ສ້າງຊົນລະປະທານ ດົງສະຫວ່າງທົ່ງ ຈະສໍາເລັດພາຍໃນເດືອນນີ້

ເພື່ອຄໍາປະກັນດ້ານສະບຽງອາຫານ ໂດຍສະເພາະການຜະລິດເຂົ້າກິນ ແລະ ເພື່ອສົ່ງອອກ, ອໍານາດການປົກຄອງແຂວງສະຫວັນນະເຂດ ໄດ້ມີຫຼາຍໂຄງການພັດທະນາ ພື້ນຖານໂຄງລ່າງ ດ້ານກະສິກຳຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ. ໂຄງການກໍ່ສ້າງ ແລະ ສ້ອມແປງຊົນລະປະທານ ດົງສະຫວ່າງທົ່ງ ຢູ່ເມືອງສອງຄອນ ແຂວງສະຫວັນນະເຂດ ແມ່ນໜຶ່ງໃນຫຼາຍໂຄງການຍ່ອຍຂອງໂຄງການພັດທະນາ ພື້ນຖານໂຄງລ່າງ ດ້ານກະສິກຳຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ການກໍ່ສ້າງຈະສໍາເລັດໃນທ້າຍເດືອນພຶດສະພາ 2020 ນີ້…

ແຮງງານລາວກັບຈາກຕ່າງປະເທດທີ່ມີຄວາມສ່ຽງ ໂຄວິດ-19 ຕ້ອງຖືກກັກໂຕ 14 ວັນ

ຄົນລາວຈໍານວນ 103 ຄົນ (ຍິງ 44 ຄົນ) ທີ່ໄປເຮັດວຽກຢູ່ຕ່າງປະເທດໄດ້ກັບມາລາວ ເຊິ່ງມີຄວາມສ່ຽງກ່ຽວກັບການຕິດເຊື້ອພະຍາດໂຄວິດ-19 ກຸ່ມຄົນດັ່ງກ່າວໄດ້ເດີນທາງ ມາຮອດ ສປປ ລາວ ແລ້ວ ໃນວັນທີ 4 ພຶດສະພາ ທີ່ຜ່ານມາ ຫຼັງຈາກທີ່ລັດຖະບານໄດ້ປະກາດຈັດຕັ້ງປະຕິບັດມາດຕະການຜ່ອນຜັນຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ,…

ໂຮງໝໍກະ​ເສມຣາດ ຈະເປັນທາງເລືອກໃຫ້ຄົນລາວປິ່ນປົວສຸຂະພາບ

ໂຮງໝໍກະ​ເສມຣາດ ອິນ​ເຕີ​ເນເ​ຊີນ​ແນວ ວຽງຈັນ (Kasemrad International Hospital Vientiane) ​ຕັ້ງຢູ່​ບ້ານດອນ​ນົກ​ຂຸ້ມ ເມືອງ​ສີສັດ​ຕະ​ນາກ ນະ​ຄອນຫຼວງວຽງ​ຈັນ ຄາດວ່າຈະ ສໍາເລັດການກໍ່ສ້າງ ແລະ ເປີດໃຫ້ບໍລິການໃນປີ 2021 ໂດຍມີອາຄານທັງໝົດ 4 ຫຼັງ ລວມມີ 38…

ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນມື້ທີ 11 ແລ້ວ

ຄະນະສະເພາະກິດ ລາຍງານໃນໂອກາດຖະແຫຼງຂ່າວຕອນບ່າຍມື້ນີ້ວ່າ ຢູ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ຈາກການເກັບຕົວຢ່າງມາກວດທັງໝົດ 67 ຄົນ. ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ແຈ້ງໃຫ້ຊາບຕື່ມອີກວ່າ ມາຮອດມື້ນີ້ ເປັນມື້ທີ…

ລັດວິສາຫະກິດນໍ້າປະປາ ແລະ ໄຟຟ້າ ຈະສະເໜີລັດຖະບານພິຈາລະນາຫຼຸດລາຄາ

ລັດວິສາຫະກິດນໍ້າປະປາ ໄດ້ສະເໜີນະໂຍບາຍຕໍ່ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອພິຈາລະນາຫຼຸດລາຄາໃຫ້ຜູ້ຊົມໃຊ້ປະເພດຄົວເຮືອນ 5% ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19. ນະໂຍບາຍດັ່ງກ່າວແມ່ນສະເໜີໃນໂອກາດ ກອງປະຊຸມຂອງຄະນະສະເພາະກິດ ກ່ຽວກັບການແກ້ໄຂຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ, ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກພະຍາດໂຄວິດ-19 ໃນວັນທີ 20 ເມສາ 2020 ທີ່ກະຊວງແຜນການ ແລະ ການລົງທຶນ…

ອາດມີຜູ້ອອກໂຮງໝໍເພີ່ມ ພາຍຫຼັງປີ່ນປົວຫາຍດີຈາກພະຍາດໂຄວິດ-19

ພາຍຫຼັງ 2 ຄົນ ປີ່ນປົວຫາຍດີ ແລະ ໄດ້ອອກໂຮງໝໍແລ້ວ, ອາດຈະໄດ້ຮັບຂ່າວດີຕື່ມວ່າມີບາງຄົນຈະໄດ້ອອກໂຮງໝໍ ຖ້າຜົນກວດ 2 ຄັ້ງຕິດຕໍ່ກັນ ຫາກບໍ່ພົບເຊື້ອຂອງໂຄວິດ-19. ຄະນະສະເພາະກິດ ລາຍງານຈາກສູນປະຕິບັດງານ ຄວບຄຸມ ໂຄວິດ-19 ໃນຕອນບ່າຍມື້ນີ້ ໃຫ້ຮູ້ວ່າ ຈໍານວນ 14 ຄົນ…

ຜູ້ຢູ່ເຮືອນເຊົ່າອາດຈະໄດ້ຮັບຂ່າວດີ ເລື່ອງຍົກເວັ້ນຄ່າເຊົ່າ ຊ່ວງການລະບາດຂອງໂຄວິດ-19

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີຕໍ່ກອງປະຊຸມເພື່ອແກ້ໄຂ ຜົນກະທົບຈາກການລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຕໍ່ເສດຖະກິດລາວ ເພື່ອໃຫ້ລັດຖະບານມີມາດຕະການຊ່ວຍເຫຼືອຜູ້ເຊົ່າເຮືອນຢູ່. ໃນໄລຍະກອງປະຊຸມດັ່ງກ່າວ ທີ່ຈັດຂຶ້ນໃນມື້ວານນີ້ ຢູ່ກະຊວງແຜນການ ແລະ ການລົງທຶນ, ຜູ້ຕ່າງໜ້າກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີໃຫ້ລັດຖະບານອອກແຈ້ງການເຖິງຜູ້ປະກອນການ ເຮືອນເຊົ່າ, ຫ້ອງເຊົ່າ…

ກະຊວງ ຮສສ ສະເໜີລັດຖະບານ ຊ່ວຍຜູ້ໄດ້ຮັບຜົນກະທົບຈາກໂຄວິດ-19

ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ (ຮສສ) ໄດ້ສະເໜີໃຫ້ລັດຖະບານພິຈາລະນາຊ່ວຍຜູ້ອອກແຮງງານທີ່ຢູ່ໃນລະບົບປະກັນສັງຄົມ ໃນພາກວິສາຫະກິດ ຜູ້ລະ 500,000 ກີບ/ເດືອນ ເພື່ອແກ້ໄຂຜົນກະທົບຈາກໂຄວິດ-19. ການສະເໜີດັ່ງກ່າວແມ່ນມີຈຸດປະສົງໃຫ້ລັດຖະບານພິຈາລະນາຊ່ວຍຜູ້ອອກແຮງງານ ຜູ້ທີ່ເປັນສະມາຊິກກອງທຶນປະກັນສັງຄົມ ຫຼື ຜູ້ອອກແຮງງານ ທີ່ຢູ່ໃນລະບົບປະກັນສັງຄົມ ໃນພາກວິສາຫະກິດ ທີ່ຖືກສັ່ງໃຫ້ຢຸດກິດຈະການເນື່ອງຈາກການລະບາດຂອງພະຍາດ ໂຄວິດ-19 ທີ່ບໍ່ໄດ້ຮັບເງິນເດືອນ…

ຈໍານວນຜູ້ຕິດເຊື້ອໂຄວິດ-19 ບໍ່ພົບກໍລະນີໃໝ່ເປັນມື້ທີ 7

ມາ​ຮອດ​ມື້ນີ້ຄົບ 1 ອາທິດແລ້ວທີ່ຈໍານວນຜູ້ຕິດເຊື້ອໂຄວິດ-19 ຢຸດຢູ່ທີ 19 ຄົນເທົ່າເດີມ ຖືວ່າເປັນຂ່າວດີອີກມື້ໜຶ່ງ ຢູ່ ສປປ ລາວ ແລະ ທຸກຄົນກໍ່ຫວັງວ່າຈະໄດ້ຮັບຂ່າວດີເຊັ່ນນີ້ຕະຫຼອດໄປ. ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນ…

ທີມແພດໝໍ ຈະສືບຕໍ່ຕິດຕາມ ຄົ້ນຫາຜູ້ສົງໄສທີ່ຈະຕິດເຊື້ອ ໂຄວິດ-19

ເຖິງວ່າສະພາບການຕິດເຊື້ອຢູ່ປະເທດຂອງເຮົາໄດ້ເວັ້ນໄລຍະຫ່າງມາໄດ້ 6 ວັນແລ້ວ ແລະ ຜູ້ຕິດເຊື້ອທີ່ປິ່ນປົວກໍ່ໄດ້ອອກໂຮງໝໍ 2 ຄົນແລ້ວ ແຕ່ທີມແພດໝໍຈະບໍ່ໄດ້ລົດລະການເຝົ້າລະວັງຕິດຕາມ ຄົ້ນຫາຜູ້ສົງໄສທີ່ຈະຕິດເຊື້ອ. ຜູ້ຊ່ຽວຊານມີການວິເຄາະວ່າເຊື້ອພະຍາດອາດຈະຍັງຢູ່ນຳຄົນເຈັບທີ່ບໍ່ມີອາການສະແດງອອກ ໃນ 49 ວັນ. ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ…