ຫຼັງຈາກທີ່ພະຍາດ COVID-19 ໄດ້ມີການແຜ່ລະບາດຢູ່ຫຼາຍປະເທດ, ລັດຖະບານລາວໄດ້ມີການປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີ ໃນຂອບເຂດທົ່ວປະເທດ ເພື່ອປ້ອງກັນພະຍາດດັ່ງກ່າວ ມາດຕະການນີ້ ອາດຈະເປັນສາຍເຫດໜຶ່ງເຮັດໃຫ້ລາຄາສິນຄ້າເໜັງຕິງ. ສິນຄ້ານຳເຂົ້າຫຼາຍປະເພດຂາດຕະຫຼາດ ເພາະສາມາດນຳເຂົ້າ ໄດ້ແຕ່ຢູ່ດ່ານສາກົນ 27 ແຫ່ງໃນທົ່ວປະເທດເທົ່ານັ້ນ ແຕ່ກົງກັນຂ້າມຄວາມຕ້ອງການຂອງຕະຫຼາດພັດເພີ່ມຂຶ້ນ ນອກນັ້ນ ປະຊາຊົນຍັງມີການຊື້ສິນຄ້າໄປກັກຕຸນໄວ້. ນາງ ມຸກ…