Vientiane Times Lao

ກາແດງຫຼວງພະບາງລາຍງານວຽກບັນເທົາທຸກໃນໂອການສະຫຼອງກາແດງລາວ 65 ປີ

ໃນໄລຍະ 4 ປີ ຜ່ານມາອົງການກາແດງຫຼວງພະບາງໄດ້ພະຍາຍາມທຸກຄວາມສາມາດເພື່ອເຮັດວຽກບັນເທົາທຸກໃຫ້ແກ່ປະຊາຊົນ ໂດຍນຳໃຊ້ ງົບປະມານ ຫຼາຍກວ່າ 2,5 ຕື້ກີບ ເພື່ອຊ່ວຍເຫຼືອປະຊາຊົນໃນແຂວງ ເກືອບ 40,000 ຄົນ. ຫວ່າງບໍ່ດົນມານີ້ ທ່ານສິງຄຳ ມິ່ງບຸນຕາ ຮອງຫົວໜ້າ ອົງການກາແດງຫລວງພະບາງໄດ້ລາຍງານ ການຈັດຕັ້ງ ແລະ…

ພົບພະນັກງານທີ່ມີເງື່ອນໄຂຄົບຖ້ວນແຕ່ບໍ່ໄດ້ຮັບນະໂຍບາຍ ກົງກັນຂ້າມຜູ້ທີ່ບໍ່ມີເງື່ອນ ໄຂຄົບພັດໄດ້ຮັບ

ສູນກາງແນວລາວສ້າງຊາດໄດ້ແຈ້ງໃຫ້ຮູ້ວ່າ: ຍັງພົບນາຍ ແລະ ພົນທະຫານ-ຕຳຫລວດ, ຜູ້ທີ່ເສຍອົງຄະພັກຜ່ອນບຳນານ ທີ່ມີຄຸນງາມຄວາມດີ ຈາກການປະຕິວັດ ແລະ ມີເງື່ອນໄຂຄົບຖ້ວນແຕ່ບໍ່ໄດ້ຮັບນະໂຍບາຍ (ເງິນ ແລະ ອື່ນໆ) ກົງກັນຂ້າມ ຜູ້ທີ່ບໍ່ມີເງື່ອນໄຂຄົບ ຖ້ວນພັດໄດ້ຮັບ. ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະ…

ຜູ້ຕິດເຊື້ອພະຍາດເອສໄອວີ ຖ້າສາມາດຄຸມເຊື້ອຢູ່ໃນລະດັບຕໍ່າ ໂອກາດຈະຊຶມເຊື້ອຫາຜູ້ອື່ນມີໜ້ອຍ

ສູນຕ້ານເອສ ແລະ ພະຍາດຕິດຕໍ່ທາງເພດສຳພັນ ກະຊວງສາທາລະນະ ສຸກໄດ້ແຈ້ງໃຫ້ຮູ້ວ່າ: ລາວມີຢາຕ້ານ ເຊື້ອພະຍາດເອສໄອວີ/ພະຍາດເອສ (HIV) ທີ່ພຽງພໍສຳລັບຜູ້ຕິດເຊື້ອພະຍາດດັ່ງກ່າວ ຊຶ່ງນັບແຕ່ປີ 1990 ຮອດປັດຈຸບັນ ຢູ່ລາວມີຜູ້ຕິດເຊື້ອເອສໄອວີ/ພະຍາດເອສ ສະສົມແລ້ວຫຼາຍກວ່າ 11,212 ຄົນ ໃນນີ້ເປັນພະຍາດ ເອສ 5,665 ຄົນ…

ທ້າຍປີນີ້ ມີງານວາງສະແດງສິລະປະການ ສະແດງ ແລະ ຜະລິດຕະພັນ ຂອງຊົນເຜົ່າ

ງານວາງສະແດງສິລະປະການສະແດງ ແລະ ຜະລິດຕະພັນ ຂອງຊົນເຜົ່າ ຈະໄດ້ຈັດຂຶ້ນຢູ່ສວນພຶກສາ ເມືອງນາຊາຍ ທອງ ນະຄອນຫຼວງວຽງຈັນ ໃນວັນທີ 27-29 ທັນວາ 2019 ເພື່ອ ສ້າງຂະບວນການສະເຫຼີມສະຫຼອງວັນບູນປະເພນີ ຂອງບັນດາເຜົ່າ ແລະ ສາສະໜາຢ່າງຟົດຟື້ນ ໂດຍສະເພາະ ເພື່ອສ້າງເປັນຂະບວນການຮັບຕ້ອນວັນສ້າງຕັ້ງແນວລາວ ສ້າງຊາດດຄົບຮອບ…

ລັດຖະບານ ສປ ຈີນ ມອບສູນຂໍ້ມູນຂ່າວສານແຜ່ນດີນໄຫວແຫ່ງຊາດໃຫ້ແກ່ລາວ

ພິທີມອບ-ຮັບສູນຂໍ້ມູນຂ່າວສານແຜ່ນດີນໄຫວ ແຫ່ງຊາດໃຫ້ແກ່ລາວໄດ້ຈັດຂຶ້ນໃນວັນທີ 20 ເດືອນ ທັນວາ 2019 ຢູ່ອຸທົກກະສາດ ມອບໂດຍແມ່ນ ທ່ານ ຫວາງ ສີຮຸຍ ທູດເສດຖະກິດການຄ້າ ປະຈຳລາວ ແລະ ຮັບໂດຍທ່ານ ໄຊນະຄອນ ອີນທະວົງ  ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ…

ການມອມເຫຼົ້າ, ມອມຢາເປັນໄພສັງຄົມທີ່ລາວກຳລັງປະເຊີນ

ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ສະເໜີໃຫ້ກະຊວງປ້ອງກັນຄວາມສະຫງົບ ເພີ່ມທະວີແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນຢູ່ໃນສັງຄົມ ໂດຍສະເພາະ ການມອມເຫຼົ້າ ແລະ ຢາ ຊຶ່ງເປັນປະກົດການຫຍໍ້ທໍ້ໃໝ່ທີ່ກຳລັງເກີດຂຶ້ນຢູ່ ໃນ ສປປ ລາວ. ນອກນັ້ນ ຍັງສະເໜີໃຫ້ເອົາໃຈໃສ່ຕື່ມກ່ຽວກັບການຄ້າຂາຍຢາເສບຕິດ ທີ່ຍັງເກີດຂຶ້ນ ແລະ ແຜ່ຫຼາຍ ໃນແຕ່ລະວັນ. ທ່ານ…

ລາວເລັ່ງດຳເນີນເອກະສານທີ່ບໍ່ພໍໃຈຕໍ່ພຶດຕິກຳຂອງປະທານເປຕັງນານາຊາດ

ສະຫະພັນເປຕັງແຫ່ງຊາດລາວ ກຳລັງລໍຖ້າການຊີ້ນຳຈາກທາງລັດຖະບານ ພາຍຫຼັງທີ່ໄດ້ດໍາເນີນເອກະສານຜ່ານກະຊວງສຶກສາ ແລະ ກິລາ ໄປຫາສຳນັກງານນາຍົກລັດຖະມົນຕີ ຕໍ່ກັບບັນຫາທີ່ ປະທານສະຫະພັນເປຕັງນານາຊາດ ໄດ້ວາງຂັນຮອງຊະນະເລີດຂອງທີມເປຕັງຊຸດຍິງ ທີມຊາດລາວ ລົງໄວ້ແທ່ນຮັບລາງວັນອັນດັບສອງ ຂອງລາຍການແຂ່ງຂັນເປຕັງຊິງແຊັມໂລກ ທີ່ປະເທດກຳປູເຈຍຫວ່າງບໍ່ດົນມານີ້. ທ່ານ ຄຳຫຼ້າ ວິນໄລທອງ ປະທານ ສະຫະພັນເປຕັງແຫ່ງຊາດລາວ ໄດ້ໃຫ້ສຳພາດໃນມື້ນີ້ ວັນທີ…

ທະນາຄານໂລກ ໃຫ້ເງິນກູ້ຢືມ ລັດຖະບານລາວ 22.5 ລ້ານໂດລາ 

ກະຊວງການເງິນ ແລະ ທະນາຄານໂລກ ໄດ້ມີການລົງນາມ ໃນສັນຍາການສະໜອງທຶນກູ້​ຢືມ​ເພີ່ມ ໃນມື້ວານນີ້ ວັນທີ 16 ທັນວາ 2019 ຈໍານວນ 22.5 ລ້ານໂດລາສະຫະລັດ​ ໃສ່​ກອງ​ທຶນຫຼຸດຜ່ອນຄວາມທຸກຍາກ (ທ​ລຍ) ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ພາ​ວະ​ເຕ້ຍ​ເກີນ​ມາດ​ຕະ​ຖານຂອງເດັກ ໃນ 12…

ພົບໂຕປີງໃນຕຸກນໍ້າດື່ມ, ເຈົ້າຂອງໂຮງງານຢືນຢັນບໍ່ມີຄວາມຈິງ

ຜູ້ບໍລິໂພກນໍ້າດື່ມບໍລິສຸດຄົນໜຶ່ງຂອງໂຮງງານແສງທອງ ຢູ່ເມືອງ ທຸລະຄົມ, ແຂວງວຽງຈັນ ໄດ້ພົບໂຕປີງຢູ່ໃນຕຸກນໍ້າດື່ມບໍລິສຸດ ແສງທອງຢູ່ໃນງານມັດແຂນຂຶ້ນເຮືອນໃໝ່ ຢູ່ບ້ານສຸກສາລາ ແລະ ໄດ້ມີການຖ່າຍຮູບ ແລະ ວິດີໂອ ອອກທາງສື່ສັງຄົມອອນລາຍ ໃນວັນທີ 9 ທັນວາ ທີ່ຜ່ານມານັ້ນ, ເຈົ້າຂອງໂຮງງານນໍ້າດື່ມບໍລິສຸດ ແສງທອງ ໄດ້ອອກມາຢືນຢັນກັບທີມງານວຽງຈັນທາຍ ວ່າ…

ຂົວຂ້າມນ້ຳຊອງແຫ່ງໃໝເປີດໃຫ້ນຳໃຊ້ແລ້ວ,ບໍ່ເກັບຄ່າຜ່ານ

ນັກທ່ອງທ່ຽວ ແລະ ປະຊາຊົນທ່ອງຖິ່ນ ເມືອງວັງວຽງ ຈະບໍ່ໄດ້ເສຍເງິນຄ່າຜ່ານຂົວ ແຫ່ງໃໝ່ຂ້າມນຳ້ຊອງທີ່ກຳລັງຈະເປີດໃຫ້ນຳໃຊ້ຢ່າງເປັນທາງການໃນໄວໆນີ້. ປະຊາຊົນເມືອງວັງວຽງ, ແຂວງວຽງຈັນ ໂດຍສະເພາະປະຊາຊົນຜູ້ທີ່ຈຳເປັນຕ້ອງໄດ້ຜ່ານຂ້າມນ້ຳຊອງເປັນປະຈຳ ແລະ ບັນດານັກທ່ອງທ່ຽວທີ່ຕ້ອງໄດ້ຜ່ານນໍ້າຊອງໄປທ່ຽວແຫຼ່ງທ່ອງທ່ຽວຖໍ້າປູຄຳ, ຜາໜາມໄຊ, ຜາເງິນ ແລະ ແຫຼ່ງທ່ອງທ່ຽວອື່ນໆ ຕ່າງກໍ່ພາກັນດີໃຈ ຫຼັງຈາກທີ່ ການກໍ່ສ້າງຂົວຂ້າມນ້ຳຊອງແຫ່ງໃໝ່ໄດ້ສຳເລັດເປັນທີ່ຮຽບຮ້ອຍແລ້ວ ແລະ ມີການເປີດສັນຈອນໄປມາໄດ້ສະດວກແລ້ວ…