Vientiane Times Lao

ການຈັດງານຄອນເສີດຢູ່ວັງວຽງເປັນເຫດທີ່ເຮັດໃຫ້ລາຄາອາຫານແພງ

ລາຄາອາຫານແພງຢູ່ ເມືອງວັງວຽງ ແຂວງວຽງຈັນ ຍັງເປັນປະເດັນທີ່ສັງຄົມສົນໃຈ ແລະ ມີການໂພດສໃບບິນລາຄາອາຫານທີ່ແພງຢູ່ ເມືອງວັງວຽງຕາມສືສັງຄົມອອນລາຍ ໂດຍສະເພາະແມ່ນເຟດສບຸກ,  ຫຼ້າສຸດ ອໍານາດການປົກຄອງເມືອງວັງວຽງໄດ້ອອກມາຢັ້ງຢືນ ແລ້ວວ່າ ເປັນຍ້ອນການຈັດການສະແດງຄອນເສີດຢູ່ສະຖານທີ່ດັ່ງກ່າວ. ທ່ານ ບຸນຜອງ ດວງວິໄລ ເຈົ້າເມືອງວັງວຽງໄດ້ໃຫ້ສຳພາດຕໍ່ທີມງານວຽງຈັນທາຍມື້ເຊົ້ານີ້ວັນທີ 17 ທັນວາ 2019 ວ່າ…

ຫ້າມບັນດາຮ້ານບັນເທີງເປີດບໍລິການກາຍ 00 ໂມງ 30 ນາທີໃນເວລາສະຫຼອງປີໃໝ່ສາກົນ

ກອງບັນຊາການ ປກສ ນະຄອນຫລວງວຽງຈັນໄດ້ອອກແຈ້ງການເມື່ອບໍ່ດົນມານີ້ວ່າ ຫ້າມບັນດາຮ້ານກິນດື່ມ,ຮ້ານອາຫານ ແລະ ບັນເທີງ ເປີດບໍລິການກາຍໂມງທີ່ກຳນົດໄວ້ ຕາມລະບຽບ ຊຶ່ງນັບແຕ່ວັນທີ 31 ທັນວາ 2019 ຫາ ວັນທີ 01 ມັງກອນ 2020 ເພາະເປັນມື້ສົ່ງທ້າຍປີເກົ່າ 2019 ແລະຕ້ອນຮັບປີໃໝ່…

ປີໜ້າລາວຈະຂາຍກະແສໄຟຟ້າໃຫ້ກຳປູເຈຍ

ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານ ຫວ່າງບໍ່ດົນມານີ້ວ່າ ປະຈຸບັນກຳລັງມີການກໍ່ສ້າງ ລະບົບສາຍສົ່ງຈາກຈຸດເຊື່ອມຕໍ່ ເຂື່ອນໄຟຟ້າ ດອນສະໂຮງ ຫາຊາຍແດນກຳປູເຈຍ ຄາດວ່າ ຈະສຳເລັດໃນທ້າຍເດືອນທັນວານີ້ ແລະ ຈະເລີ່ມສົ່ງກະແສໄຟຟ້າ ໄປກຳປູເຈຍ ໃນເບື້ອງຕົ້ນ ແມ່ນ 195 ແມັກກາວັດ. ກະຊວງດັ່ງກ່າວຍັງມີແຜນການ…

ອົງການຈັດຕັ້ງມະຫາຊົນສະເໜີໃຫ້ລັດ ຖະບານເລັ່ງແກ້ໄຂການຊື້ຈ້າງເຂົ້າເຮັດວຽກນຳລັດ ແລະ ຊື້ຈ້າງໄປຮຽນຕໍ່ຕ່າງປະເທດ

ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງ ມະຫາຊົນຂັ້ນສູນກາງສະເໝີໃຫ້ລັດຖະບານ ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ຫາງສຽງສັງ ຄົມຈົ່ມໂດຍສະເພາະແມ່ນ ຊື້-ຈ້າງເຂົ້າເປັນລັດ ຖະກອນ, ທະຫານ, ຕຳຫຼວດລວມທັງປະກົດ ການຫຍໍ້ທໍ້ຕ່າງໆດ້ານການສຶກສາ. ທ່ານນາງຄຳຈັນ ພົມແສງສະຫວັນ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ກ່າວຫວ່າງບໍ່ດົນ ມານີ້ວ່າ ຫາງສຽງການຊື້-ຈ້າງເຂົ້າເປັນລັດຖະ ກອນລັດ ໃນຂົງເຂດທະຫານ,…

ເດັກນ້ອຍລາວ 1 ໃນ 3 ຄົນ ຍັງມີການພັດທະນາການດ້ານຮ່າງກາຍແລະມັນສະໝອງຊັກຊ້າ

ເຖິງແມ່ນວ່າລັດຖະບານລາວໄດ້ສຸມໃສ່ແກ້ໄຂ ບັນຫາດ້ານໂພສະນາການ ແຕ່ກໍ່ສາມາດແກ້ໄຂ ໄດ້ພຽງລະດັບໜຶ່ງເທົ່ານັ້ນ ປັດຈຸບັນຍັງມີເດັກ ນ້ອຍລາວ 1 ໃນ 3 ຫຼື ເກືອບ 300.000 ຄົນ ມີການພັດທະນາດ້ານຮ່າງກາຍບໍ່ເຕັມສ່ວນ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີກະຊວງແຜນການ…

ລັດຖະບານ ຈະອອກພັນທະບັດ 1.200 ຕື້ກວ່າກີບ ເພື່ອຈຳໜ່າຍເລີ່ມວັນທີ 18 ທັນວານີ້

ກະຊວງການເງິນ ຈະເປີດຈໍາໜ່າຍພັນທະບັດ ຂອງລັດຖະບານ ຊຶ່ງເປັນງວດທີ 2 ເລີ່ມແຕ່ວັນທີ 18 – 24 ທັນວາ ທີ່ຈະມາເຖິງນີ້ ໂດຍຜ່ານຕະ ຫຼາດຫຼັກຊັບລາວ, ດ້ານບໍລິສັດຫຼັກຊັບໝັ້ນໃຈ ຈະຈໍາໜ່າຍພັດທະບັດໝົດໃນປີ 2020 ຊຶ່ງມີຈໍານວນ 1.200 ຕື້ກວ່າກີບ. ທ່ານ…

ປະຊາຊົນຈຳນວນຫຼາຍຍັງບໍ່ເຫັນດີກັບໂຄງການ ເຂື່ອນນໍ້ຳໂມ 2 ແລະ ສ້າງເມືອງອຳມະຕະ

ສະມາຊິກສະພາແຫ່ງຊາດໄດ້ສະເໜີໃຫ້ລັດຖະ ບານ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ເອົາໃຈ ໃສ່ຕື່ມກ່ຽວກັບບັນດາໂຄງການຕ່າງໆທີ່ປະຊາ ຊົນບໍ່ເຫັນດີ ຍ້ອນໄດ້ສົ່ງຜົນກະທົບໂດຍກົງຕໍ່ ພວກ ເຂົາເຈົ້າ ແລະ ຢາກໃຫ້ສຳຫຼວດລະອຽດ ກ່ຽວກັບໂຄງການກໍ່ສ້າງຕ່າງໆ ແລະ ໂຄງການ ຂຸດຄົ້ນບໍ່ແຮ່ທີ່ອະນຸຍາດແລ້ວ ແລະ ບໍ່ທັນອະ ນຸຍາດ.  ທ່ານນາງ ຄຳຈັນ…

ລາວຈະລົບລ້າງພະຍາດມາລາເລຍໃນປີ 2030

ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID) ໄດ້ມອບເຄື່ອງກວດເລືອດເພື່ອບົ່ງມະຕິໄຂ້ມາເລເລຍແບບໄວຈຳນວນ 100.000 ຊຸດ ໃຫ້ສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້ ກະຊວງສາທາລະນະສຸກ ເພື່ອແຈກຢາຍໃຫ້ບັນດາໂຮງໝໍ ແລະ ສຸກສາລາໃນທົ່ວປະເທດ ໂດຍສະເພາະເຂດທີ່ມີການລະບາດສູງຂອງໄຂ້ມາເລເລຍ. ພິທີມອບຮັບເຄື່ອງດັ່ງກ່າວໄດ້ຈັດຂຶ້ນໃນບໍ່ດົນມານີ້ ຢູ່ ສູນໄຂ້ຍຸງ ແມ່ກາຝາກ ແລະ…

ແມ່ຍິງລາວຈຳນວນຫຼາຍຍັງຕົກເປັນເຫຍື່ອການຄ້າມະນຸດ ຈາກການຖືກຕົວະແຕ່ງງານກັບຄົນຕ່າງປະເທດ

ກະຊວງປ້ອງກັນຄວາມສະຫງົບໄດ້ແຈ້ງໃຫ້ຮູ້ວ່າ: ສະເພາະປີນີ້ 2019 ໄດ້ກວດພົບຄົນລາວທີ່ຖືກສົ່ງກັບມາແຕ່ຕ່າງປະເທດ ຫຼາຍກວ່າ 4.000 ຄົນ, ໃນນີ້ມີຜູ້ຖືກເຄາະຮ້າຍຈາກຂະບວນການຄ້າມະນຸດຈໍານວນໜຶ່ງຈາກການຖືກຕົວະໄປແຕ່ງງານກັບຄົນຕ່າງປະເທດ ແລະ ຕົກເປັນເຫຍື່ອການຄ້າມະນຸດແບບບໍ່ຮູ້ຕົວ.  ທ່ານ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໄດ້ກ່າວໃນບໍ່ດົນມານີ້ວ່າ: ສາວລາວໄດ້ມີການແຕ່ງງານກັບຄົນຕ່າງປະເທດມີທັງຖືກກົດໜາຍ ແລະ ບໍ່ຖືກກົດໜາຍ ຍັງພົບເຫັນເປັນຈຳນວນຫຼາຍ ໂດຍສະເພາະມີການແຕ່ງງານຢູ່ນອກປະເທດ ແລະ…

ສປປ ລາວ ມີສາຍພົວພັນການທູດກັບ 143 ປະເທດທົ່ວໂລກ

ປະຈຸບັນ, ສປປ ລາວ ໄດ້ມີສາຍພົວພັນການທູດກັບ 143 ປະເທດທົ່ວໂລກ, ມີສຳນັກງານຕາງໜ້າການທູດ  ຢູ່ຕ່າງປະເທດ 40 ແຫ່ງ, ໃນນັ້ນມີ ສະຖານເອກອັກຄະລັດຖະທູດ 26 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 10 ແຫ່ງ…