Vientiane Times Lao

ນັກການທູດລາວ 40 ແຫ່ງຢູ່ຕ່າງປະເທດ ຈະມີບົດບາດສຳຄັນໃນການດຶງດູດການຄ້າ ແລະ ລົງທຶນໃນອະນາຄົດ

ນັກການທູດລາວຈະເປັນຕົວແປທີ່ຄວາມສຳຄັນໃນການຮັບໃຊ້ການພັດທະນາເສດຖະກິດໃນໄລຍະໃໝ່ ເພື່ອຍາດແຍ່ງການຄ້າ ແລະ ການລົງທຶນຈາກຕ່າງປະເທດ ພາຍຫຼັງທີ່ປະເທດລາວ ໄດ້ປະກາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາແລ້ວ ຊຶ່ງຈະເຮັດໃຫ້ການຊ່ວຍເຫຼືອ ຂອງຕ່າງປະເທດຫຼຸດລົງ ດັ່ງນັ້ນລາວເຮົາຕ້ອງໄດ້ຢືນຢູ່ດ້ວຍລຳແຂ່ງຂອງຕົວເອງເທື່ອລະກ້າວ. ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວຢູ່ກອງປະຊຸມ ປຶກສາຫາລື ຮ່ວມກັບພາກທຸລະກິດຄັ້ງທີ 1 ທີ່ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນວ່າ ໃນສະພາບຂອງໂລກທີ່ມີການປ່ຽນແປງໃນປັດຈຸບັນລາວເຮົາຕ້ອງໄດ້ຍາດແຍ່ງການຄ້າ…

ນັກທຸລະກິດຈະໃຊ້ເວລາ 2 ປີ ສຶກສາຄວາມເປັນໄປໄດ້ໃນການຂຸດຄົ້ນແຮ່ທາດຢູ່ແຂວງໄຊສົມບູນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໃນການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ໄດ້ຈັດຂຶ້ນໃນວັນທີ 9 ທັນວາ 2019 ນີ້ ທີ່ສະໂມສອນເມືອງອານຸວົງ ໂດຍການເຂົ້າ, ຮ່ວມເປັນສັກຂີພິຍານຂອງທ່ານ ພົນຕີ ແອສະໄໝ ເລືອງວັນໄຊ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນອກນັ້ນມີ ທ່ານພົນຕີ ຄໍາລຽງ…

ງານວາງສະແດງເຟີນີເຈີໄມ້ລາວຄັ້ງທີ 6 ຈະມີ 80 ຫົວໜ່ວຍ ທຸລະກິດເຂົ້າຮ່ວມ

ສະມາຄົມເຟີນີເຈີ ຈະຈັດງານວາງສະແດງ ແລະຂາຍຜະລິດຕະພັນສິນຄ້າເຟີນີ ເຈີໄມ້ລາວ ຄັ້ງທີ 6 ໃນລະຫວ່າງວັນທີ 11 ຫາ 19 ທັນວາ 2019 ຢູ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ.  ງານຄັ້ງນີ້ຈະມີນັກທຸລະກິດລາວ ແລະ ຕ່າງປະເທດເຂົ້າຮ່ວມບໍ່ຕໍ່າກວ່າ 80 ຫົວໜ່ວຍທຸລະກິດ…

ດື່ມສິ່ງມຶນເມົາຫຼາຍໃນຍາມໜາວອາດສ່ຽງຕໍ່ການເສຍຊີວິດ

ຫຼາຍທ່ານຍັງເຂົ້າໃຈຜິດໂດຍສະເພາະປະຊາຊົນທີ່ອາໄສຢູ່ເຂດຂົນນະບົດ ຫຼື ເຂດຫ່າງໄກ ສອກຫຼີກ ທີ່ມີຄວາມເຊື່ອວ່າ ການດື່ມເຫຼົ້າ ຫຼື ດື່ມທາດມືນເມົາອື່ນໆ ຈະຊ່ວຍໃຫ້ຮ່າງກາຍອົບອຸ່ນ ແລະ ແກ້ໜາວໄດ້. ແຕ່ກົງກັນຂ້າມ ທ່ານໝໍ ພັດຢັ້ງຢືນວ່າ ການດື່ມທາດມືນເມົາໃນລະດູໜາວ ບໍ່ຊ່ວຍໃຫ້ຮ່າງກາຍອົບອຸ່ນ ແລະ ແກ້ໜາວໄດ້ ໂດຍສະເພາະໃນໄລຍະອາກາດໜາວເຢັນຫຼາຍ. ການດື່ມເຫຼົ້າຫຼາຍອາດຈະເຮັດໃຫ້ເສຍຊີວິດໄດ້. …

ເປີດອາຄານສູນວັດທະນະທຳຫວຽດ ນາມ ປະຈຳລາວ

ຕຶກສໍານັກງານ 3 ຊັ້ນຫຼັງໃໝ່ຂອງສູນວັດທະນະ ທຳ ຫວຽດນາມ ປະຈຳ ສປປ ລາວ ຕັ້ງຢູ່ແຄມ ຖະໜົນ 450 ປີ ນະຄອນຫຼວງວຽງຈັນ ໄດ້ເປີດຢ່າງເປັນທາງການໃນ ວັນທີ່ 6 ທັນວາ 2019 ໃຫ້ກຽດເຂົ້າຮ່ວມໂດຍ ສຈ.…

ການສ້າງນິຕິກຳຜ່ານມາໄດ້ແຕ່ປະລິ ມານ ສ່ວນຄຸນນະພາບມີໜ້ອຍ

ທ່ານ ປະຈິດ ໄຊຍະວົງ ສະມາຊິກ ສະພາ ເຂດເລືອກຕັ້ງທີ 1 ນະຄອນ ຫຼວງວຽງຈັນ ໄດ້ປະກອບຄຳເຫັນ ກ່ຽວກັບການປັບປຸງນິຕິກຳການລົງ ທຶນຂອງລັດ ຢູ່ກອງປະຊຸມສະໄໝສາ ມັນເທື່ອທີ 8 ຂອງສະພາ ແຫ່ງຊາດ ຊຸດທີ VIII ມື້ວັນທີ…

ລະບົບຄຸ້ມຄອງ ບ53 ແບບໃໝ່ ຈະເລີ່ມທົດລອງນໍາ ໃຊ້ໃນຕົ້ນເດືອນໜ້າຢູ່ 3 ດ່ານ

ກະຊວງການເງິນໄດ້ແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ 2020 ເປັນຕົ້ນໄປຈະເປີດທົດລອງນໍາ ໃຊ້ລະບົບເອເລັກໂຕຣນິກ (ບ53) ແບບໃໝ່ເພື່ອຄຸ້ມຄອງພາຫະນະທ່ອງທ່ຽວ ແລະ ພາຫະນະຂົນສົ່ງສິນຄ້າ ໃຫ້ຮັດກຸມກວ່າລະບົບເກົ່າຢູ່ 3 ດ່ານ ສາກົນປະກອບມີ ດ່ານສາກົນຂົວ ມິດຕະພາບລາວ-ໄທແຫ່ງທີ I ນະຄອນຫຼວງວຽງຈັນ, ດ່ານສາກົນ ຂົວມິດຕະພາບ ລາວ-ໄທ…

ຊົນລະປະທານ 497 ແຫ່ງໄດ້ຮັບຄວາມ ເສຍຫາຍຈາກໄພພິບັດ

ປີນີ້ລະບົບຊົນລະປະທານ ທົ່ວປະເທດໄດ້ຮັບຜົນກະທົບຈາກໄພພິບັດທຳມະ ຊາດມີຈຳນວນທັງໝົດ 557 ໂຄງການ ໃນນັ້ນຖືກ ເສຍຫາຍ 497 ແຫ່ງ, ຫຼາຍກວ່າໝູ່ ແມ່ນຢູ່ແຂວງ ສາລະວັນ ມີ 113 ທີ່ເສຍ ຫາຍຈາກ 118 ໂຄງການ, ຮອງລົງມາແມ່ນແຂວງ ສະຫວັນນະເຂດ…

ເຮືອນ 7 ຫຼັງເປ່ເພໜັກ ແລະ ໃຊ້ການບໍ່ໄດ້ ຈາກແຜ່ນດິນໄຫວຢູ່ເມືອງຫົງສາ

ຄະນະອົງການປົກຄອງເມືອງ ຫົງສາ ແຂວງ ໄຊຍະບູລີ ແລະ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ແລະ ຂັ້ນບ້ານໄດ້ແຈ້ງໃຫ້ຮູ້ວ່າ: ພາຍຫຼັງທີ່ເກີດເຫດແຜ່ນດິນໄຫວໃນ ວັນທີ 21 ພະຈິກ 2019 ທີ່ຜ່ານມາ ຢູ່ເມືອງຫົງສາ ແຂວງ ໄຊຍະບູລີ ມີ…

ທະນາຄານໂລກອະນຸມັດເງິນກູ້ 22,5 ລ້ານໂດລາເພື່ອແກ້ໄຂຄວາມທຸກຍາກຢູ່ລາວ

ສະພາບໍລິຫານ ຂອງທະນາຄານໂລກ ໄດ້ອະນຸມັດ ເງິນກູ້ດອກເບ້ຍຕໍ່າເພີ່ມ ຈໍານວນ 22,5 ລ້ານ ໂດລາສະຫະລັດອາເມລິກາ ໃຫ້ກອງທຶນຫຼຸດຜ່ອນຄວາມທຸກຍາກ ຂອງ ສປປ ລາວ, ຊຶ່ງເປັນ​ໂຄງ​ການໜຶ່ງທີ່​ສຳ​ຄັນຂອງ ລັດຖະບານ ໃນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ຢູ່ເຂດຊົນນະບົດ. ສະພາບໍລິຫານ ໄດ້ຕົກລົງ ແລະ…