Vientiane Times Lao

ນັກລົງທຶນຕ່າງປະເທດຍັງລັກລອບປູກກ້ວຍຫຼັງໜົດອາຍຸສໍາປະທານ

ປະຊາຊົນແຂວງບໍ່ແກ້ວ ກໍ່ຄືປະຊາຊົນທຸກໆ ແຂວງໃນຂອບເຂດທົ່ວປະເທດທີ່ອາໄສຢູ່ໃກ້ກັບໂຄງການປູກກ້ວຍຂອງນັກລົງທືນຕ່າງປະເທດ ຕ່າງກໍ່ມີຄວາມກັງວົນກ່ຽວກັບການໃຊ້ສານເຄມີບາງຊະນິດທີ່ສົ່ງຜົນກະທົບຕໍ່ຄົນ, ສີ່ງແວດລ້ອມ ແລະ ພວກເຂົາຕ້ອງການໃຫ້ລັດຖະບານຢຸດຕິ ການອະນຸຍາດໃຫ້ນັກລົງທຶນປູກກ້ວຍຢ່າງຖາ ວອນໂດຍບໍ່ຕໍ່ສັນຍາສຳປະທານເກົ່າ ຫຼື ບໍ່ອະນຸຍາດໂຄງການປູກກ້ວຍໃໝ່. ທ່ານ ນາງ ຄຳຈອມພູ ສີລິທຳ ສະມາຊິກສະພາ ແຫ່ງຊາດ ເຂດ 5 ແຂວງບໍ່ແກ້ວໄດ້ສະເໜີ…

ໂຄງການທາງລົດໄຟລາວ-ຈີນສໍາເລັດແລ້ວເກືອບ 80%

ການກໍ່ສ້າງໂຄງການທາງລົດໄຟລາວ-ຈີນ ທີ່ມີຄວາມຍາວທັງໝົດ 414 ກິໂລແມັດ ມີຄວາມຄືບໜ້າເປັນຢ່າງດີ ແລະ ສຳເລັດແລ້ວ 78,2% ທຽບໃສ່ແຜນການ. ທ່ານ ແທ່ນຄຳ ທອງບົນ ຮັກສາການຫົວໜ້າ ຄະນະຄຸ້ມຄອງໂຄງການທາງລົດໄຟລາວ-ຈີນ ໄດ້ລາຍງານຕໍ່ນັກຂ່າວໜັງສືພິມ ວຽງຈັນທາຍ ໃນວັນສຸກທີ່ຜ່ານມາວ່າ: ອີງຕາມບົດລາຍງານຂອງຄະນະຄຸ້ມຄອງໂຄງການທາງລົດໄຟ ລາວ-ຈີນໃນເດືອນຜ່ານມາ ວຽກທັງໝົດທີ່ສຳເລັດໄປນັ້ນແມ່ນກ່ຽວກັບໂຍທາທິການ…

ກອງປະຊຸມ ລມຕ ສະຫວັດດີການສັງຄົມ ອາຊຽນ ຈະປືກສາກັນຫຼາຍຫົວຂໍ້ເພື່ອຮ່ວມມືກັນ

ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ສະຫວັດດີການ ສັງຄົມ ແລະ ການພັດທະນາ ອາຊຽນ ຄັ້ງທີ 10 ໃນວັນທີ 18-22 ພະຈິກ 2019 ທີ່ນະຄອນຫຼວງວຽງຈັນ. ອີງຕາມກອງປະຊຸມ ຖະແຫຼງຂ່າວ ມື້ເຊົ້ານີ້ທີ່ກະຊວງ ແຮງງານ ແລະ…

ທີມຊາດລາວເຂົ້າຮອບ 16 ທີມ ໃນລາຍການບານເຕະຊິງແຊັມອາຊີ ລຸ້ນອາຍຸບໍ່ເກີນ 19 ປີ

ນັກກິລາບານເຕະຊາຍ ທີມຊາດລາວລຸ້ນອາຍຸບໍ່ເກີນ 19 ປີ (U-19) ສາມາດເຂົ້າຮອບ 16 ທີມສຸດທ້າຍ ຂອງການແຂ່ງຂັນບານເຕະ ລາຍການຊິງແຊັມອາຊີ ລຸ້ນອາຍຸບໍ່ເກີນ 19 ປີ ຫຼື (2020 AFC U-19 Championship). ນັກກິລາບານເຕະທີມຊາດລາວສາມາດຜ່ານຮອບຄັດເລືອກຂອງລາຍການດັ່ງກ່າວທີ່ ສ.ປ.ຈີນໄດ້ໃນກຸ່ມ…

ລາວຈະເອົາໃຈໃສ່ປະຕິບັດສົນທິສັນ ຍາວ່າດ້ວຍສິດທິເດັກ

ກອງປະຊຸມລະດັບສູງ ໃນໂອກາດວັນຄົບຮອບ 30 ປີ ຂອງສົນທິສັນຍາ ວ່າດ້ວຍ ສິດທິເດັກ ໄດ້ຈັດຂຶ້ນມື້ເຊົ້ານີ້ ທີ 11 ພະຈິກ 2019 ທີ່ນະ ຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ​ທ່ານ ປອ ສອນ​ໄຊ ສີ​ພັນ​ດອນ,…

ຕາຍ 5 ຄົນຍ້ອນອຸປະຕິເຫດ ໄລຍະບຸນພະທາດຫຼວງ

ພະແນກຈະລາຈອນນະຄອນຫຼວງໄດ້ລາຍ ງານໃນຕອນເຊົ້າມື້ນີ້ 11 ພະຈິກ 2019 ວ່າ: ນັບແຕ່ວັນທີ 05-10 ພະຈິກ 2019 ໄດ້ມີອຸປະຕິເຫດເກີດຂຶ້ນທັງໝົດ 26 ຄັ້ງ ແລະ ເຮັດໃຫ້ມີຄົນເສຍຊີວິດເຖິງ 5 ຄົນເປັນຊາຍທັງໝົດ. ໃນນັ້ນມີຜູ້ບາດ ເຈັບເລັກນ້ອຍ 6…

ຫຼາຍໝື່ນຄົນໃສ່ບາດບຸນທາດຫຼວງປີນີ້

ຫຼາຍໜື່ນຄົນເຂົ້າຮ່ວມໃສ່ບາດໃນງານບຸນນະມັດສະການພະທາດຫຼວງປະຈຳປີ 2019 ໃນຕອນເຊົ້້າທີ 11 ພະຈິກ 2019 ທີ່ນະຄອນຫຼວງວຽງຈັນ. ຊາວພຸດທັງຫຼາຍເຫຼົ່ານີ້ໂດຍສະເພາະປະຊາຊົນ ລາວໄດ້ເຕົ້າໂຮມກັນແຕ່ເຊົ້າ ທີ່ເດີ່ນພະທາດຫຼວງ ແລະ ບາງກຸ່ມຄົນມາແຕ່ສີ່ໂມງເຊົ້າໂດຍກຽມເຂົ້າ, ດອກໄມ້ ແລະ ເຄື່ອງທານຕ່າງໆ ເພື່ອກຽມໃສ່ບາດໃຫ້ແກ່ພະສົ່ງໃນຈໍານວນພັນກວ່າ ອົງທີ່ມາຈາກບັນດາແຂວງຕ່າງໆໃນຂອບເຂດທົ່ວປະ ເທດ ແລະ ຈາກປະເທດ…

ພະຍຸນາກຣີຈະເຂົ້າ ສປປ ລາວມື້ນີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດແຈ້ງໃຫ້ ປະຊາຊົນກຽມຮັບມືກັບພະຍຸນາກຣີ (NAKRI) ຄາດວ່າຈະມາຮອດ ສປປ ລາວ ໃນມື້ນີ້ 8-10/11/2019 ເຊິ່ງຈະເຮັດໃຫ້ມີຝົນຕົກໃນ ລະດັບປານກາງ ແລະ ມີລົມພັດແຮງ. ພະຍຸນາກຣີ ຫົວທີ 24 ປະຈຳປີ 2019 ຄາດວ່າ…

ຍົກສຸງຄວາມຮູ້ຂອງແພດຂະແໜງພະຍາດຊຶມເຊື້ອ ໃນ ສປປ ລາວ

ສະມະຄົມແພດພະຍາດຊຶມເຊື້ອລາວ ໄດ້ຈັດກອງປະຊຸມວິຊາການ ປະຈຳປີ ຄັ້ງປະຖົມມະລຶກ ຂື້ນໃນຕອນເຊົ້າ ວັນທີ 7-8 ພະຈິກ 2019 ທີ່ ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ. ເຂົ້າຮ່ວມເປັນກຽດໃນກອງປະຊຸມດັ່ງກ່າວ ມີ ທ່ານ ດຣ ພູທອນ ວົງກອນວິໄລ ອະທິການບໍດີ ມະຫາວິທະຍາໄລ…

ລັດມີແຜນເພີ່ມຕົວເລກລັດຖະກອນໃໝ່ອີກ 500 ຄົນ

ລັດຖະບານມີແຜນ ຈະຮັບລັດຖະກອນ 2,000 ຄົນໃນປີ 2020 ເພີ່ມຈາກຈຳນວນ 1,500 ໃນປີນີ້. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການເງີນ ໄດ້ລາຍງານແຜນການດັ່ງກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ເຊິ່ງກຳລັງດຳເນີນໃນປະຈຸບັນ.…