ພຽງແຕ່ 29 ປີ ຄົນລາວຕາຍແລ້ວຫຼາຍກວ່າ 2,000 ຄົນຍ້ອນພະຍາດເອສ
ກະຊວງສາທາລະນະສຸກໄດ້ລາຍງານໃຫ້ຮູ້ວ່າ ນັບແຕ່ປີ1990 ຮອດເດືອນ ກັນຍາ 2019 ຢູ່ລາວມີຜູ້ຕິດເຊື້ອເອສໄອວີ/ພະຍາດເອສສະສົມ ແລ້ວທັງໝົດ 11,212 ຄົນ ໃນນີ້ເປັນພະຍາດເອສ 5,665 ຄົນ ແລະ ເສຍຊີວິດແລ້ວ 2,220 ຄົນ ພົບຜູ້ຕິດເຊື້ອຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງວຽງຈັນ ຮອງລົງມາແມ່ນແຂວງ ສະຫວັນນະເຂດ, ຈຳປາສັກ,…


