ນະຄອນຫຼວງຈະເປັນເຈົ້າພາບງານມະຫາກຳກິລາແຫ່ງຊາດ ປີ 2023

ນະຄອນຫຼວງວຽງຈັນ ຈະເປັນເຈົ້າພາບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ໃນປີ 2023 ພາຍຫລັງ ແຂວງ ຊຽງຂວາງ ເປັນເຈົ້າພາບ ຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງ ຊຽງຂວາງ ໃນລະຫວ່າງວັນທີ 22 ມີນາ-1 ເມສາ 2020.…

ຂຸນເຫຼັກ ນ໋ອກນັກມວຍໄທຍົກ 3 ລາຍການເສິກນະຄອນຫຼວງ-ກໍກຽດແດນຈຳປາ 

ແຊ໋ມສາຍແອວຫົວໜ້າພະແນກສຶກສາທິ ການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຮຸ່ນນໍ້າໜັກ 55 ກິໂລກຣາມ, ຂຸນເຫຼັກ ຂວັນໃຈຄ້າຍມວຍເຈົ້າຖິ່ນ ສະໂມສອນ ຄໍາເສັງ (ມຸມສີແດງ) ໄລ່ຟັນສອກໃສ່ ເພັດໂພໄຊ ສໍສີຣີນທາ ນັກມວຍຈາກຄ້າຍ ມວຍດັງແຂວງໜອງຄາຍ ປະເທດໄທ…

ລັດກຽມກໍ່ສ້າງ 10 ສະ­ຖາ­ນີ ​ສາຍ​ສົ່ງ​ໄຟຟ້າສະໜອງໃຫ້ພາກເໝືອ

ລັດຖະບານລາວກຽມສະ­ໜອງ​ພະ­ລັງ­ງານ​ໄຟ­ຟ້າ ​ໃຫ້​ບັນດາແຂວງພາກ​ເໜືອ​ຕື່ມອີກ ໂດຍມີແຜນທີ່ຈະສ້າງສະຖານນີສາຍສົ່ງ 10 ສະຖານນີ ນັບແຕ່ປີນີ້ ຫາ ປີ 2025. ປະຈຸບັນລັດເຫັນວ່າບັນດາແຂວງທີ່ຢູ່ພາກເໜືອ ນັ້ນມີຄວາມຕ້ອງການພະລັງງານໄຟຟ້າ 1,800 – 2,000 ເມ​ກາ​ວັດ ເຊິ່ງ​ບໍ່​ລວມເຖິງ​ເຂດ​ພັດ­ທະ­ນາ ​ສະ­ມາດ​ຊີ​ຕີ​ ທີ່ຢູ່​ສອງແຂວງຄື ແຂວງ​ອຸ­ດົມ​ໄຊ ແລະ…

ນັກທຸລະກິດ ລາວ-ໄທ ເຫັນຂີ້ເຫຍື້ອນະຄອນຫລວງ ເປັນພະລັງານໄຟ້າ

ນັກທຸລະກິດລາວ ແລະ ໄທໄດ້ຮ່ວມກັນລົງທຶນ 30 ລ້ານໂດລາສະຫາລັດ ເຂົ້າໃນໂຄງການກໍ່ສ້າງ ໂຮງງານແປຮູບຂີ້ເຫຍື້ອຜະລິດເປັນພະລັງງານ ທົດແທນ ທີ່ນະຄອນຫຼວງວຽງຈັນ. ການຮ່ວມມືດັ່ງກ່າວປະກອບມີ ບໍລິສັດຂວັນເມືອງ ກຣຸບ ຈໍາກັດຜູ້ດຽວ ຈາກ ສປປ ລາວ, ບໍລິສັດ ຍູເອຊີ ເອັນເນີຈີ ຈໍາກັດ…

ນັກກິລາ 20 ພາກສ່ວນກຽມເຂົ້າຮ່ວມກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ

ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງ ຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 22 ມີນາ-1 ເມສາ 2020 ເຊິ່ງການແຂ່ງຂັນຄັ້ງນີ້ຈະມີນັກກິລາຈາກ 20 ພາກສ່ວນ ຄື: 1 ນະຄອນຫລວງ, 17 ແຂວງ ແລະ…

ນາຍົກ ຢ້ຽມຢາມ ຫລາຍຂົງເຂດທີ່ສຳຄັນຂອງ ແຂວງ ຢຸນນານ

ທ່ານ ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຄະນະ​ໄດ້​ເຄື່ອນ​ໄຫວ​ຢ້ຽມ​ຢາມ ກຸ່ມ​ບໍລິສັດ​ກະສິກຳ ຢຸນ​ນານ ໃນຕອນ​ເຊົ້າມື້ວານນີ້​ວັນ​ທີ 9 ມັງກອນ 2020 ຊຶ່ງເປັນມື້ສຸດທ້າຍໃນການຢ້ຽມຢາມ ສປ ຈີນ ນັບແຕ່ວັນທີ 5 ມັງກອນ…

ພົບຫຼາຍໂຄງການຂອງລັດຍັງບໍ່ຮັດກຸມ ແລະ ຕົກຢູ່ໃນທ່າເສຍປຽບໃຫ້ນັກລົງທຶນ

ກະຊວງແຜນການ ແລະ ການລົງທຶນ ຊີ້ໃຫ້ເຫັນວ່າ: ຂອດການບໍລິການ ແລະ ການສ້າງເງື່ອນໄຂສະດວກໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດ ຍັງເຮັດບໍ່ໄດ້ດີ ແລະ ມີລັກສະນະແກ່ຍາວ ການກວດກາຄຸ້ມຄອງໂຄງການຢູ່ພາກສະໜາມບໍ່ທົ່ວເຖິງ ຈຶ່ງເຮັດໃຫ້ມີບາງໂຄງການຍັງແຕະຕ້ອງຜົນປະໂຫຍດຂອງປະຊາຊົນໂດຍສະເພາະບັນຫາການສຳປະທານທີ່ດິນ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ…

ເຈົ້າໜ້າທີ່ເຕືອນປະຊາຊົນ ໃຫ້ປ້ອງກັນອັກຄີໄພໃນລະດູແລ້ງ

ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ  ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໄດ້ອອກມາເຕືອນປະຊາຊົນຫວ່າງບໍ່ດົນມານີ້ວ່າ ໃຫ້ເອົາໃຈໃສ່ໃນການປ້ອງກັນອັກຄີໄພທີ່ມີໂອ ກາດເກີດໄດ້ງ່າຍໃນໄລຍະລະດູແລ້ງທີ່ຈະມາເຖິງນີ້. ທ່ານ ພັນໂທ ຈັນທະບຸນ ມະນີວົງ ຮອງຫົວໜ້າຫ້ອງຕຳຫຼວດ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ສື່ມວນຊົນວ່າ: ເຈົ້າໜ້າທີ່ຈະເຮັດ ວຽກຢ່າງໃກ້ຊິດກັບບັນດາອົງການປົກຄອງທ້ອງຖິ່ນໃນ 9 ຕົວເມືອງຢູ່ພາຍໃນນະຄອນຫຼວງ ວຽງຈັນນີ້ ເພື່ອໂຄສະນາອະທິບາຍໃຫ້ປະຊາຊົນ…

ສະຫວັນນະເຂດ ຈະຜະລິດເຂົ້ານາແຊງໃຫ້ ໄດ້ 3,000 ເຮັກຕາ

ແຂວງ ສະຫວັນນະເຂດ ວາງຄາດໝາຍຜະລິດເຂົ້ານາແຊງໃຫ້ໄດ້ 3,000 ເຮັກຕາ ໂດຍຈະສຸມໃສ່ 4 ເມືອງ ທີ່ ຖືກ ຜົນກະທົບ ຈາກໄພນໍ້າຖ້ວມ ຄື: ເມືອງ ຈໍາພອນ, ຊົນບູລີ, ສອງຄອງ ແລະ ໄຊບູລີ ລວມເນື້ອທີ່ 28,000…

ການເກັບຄ່າທຳນຽມທາງພາຫະນະ ບໍ່ໄດ້ຮອດເຄີ່ງໜຶ່ງຂອງພາຫະນະທີ່ມີ

ກະຊວງການເງິນໄດ້ແຈ້ງໃຫ້ຮູ້ວ່າ: ປີ 2019 ການເກັບຄ່າທຳນຽມທາງ ຫຼື ເສຍຄ່າທາງສຳລັບພາຫະນະ (ລົດຈັກ, ລົດໃຫຍ່ຕ່າງໆ) ແມ່ນບໍ່ໄດ້ຕາມແຜນທີ່ວາງໄວ້ ແລະ ບໍ່ໄດ້ຮອດເຄີ່ງໜຶ່ງຂອງພາຫະນະທີ່ມີໃນທົ່ວປະເທດ ເຖິງແມ່ນວ່າຈະນໍາໃຊ້ລະບົບທີ່ ທັນສະໄໝໂດຍຜ່ານຫຼາຍຮູບແບບເຂົ້າມາ ຊ່ວຍແລ້ວກໍ່ຕາມ. ທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງ ການເງິນໄດ້ກ່າວໃນບໍ່ດົນມານີ້ ຢູ່ກອງປະຊຸມເປີດກວ້າງລັດຖະບານຄັ້ງທີ…