ດື່ມສິ່ງມຶນເມົາຫຼາຍໃນຍາມໜາວອາດສ່ຽງຕໍ່ການເສຍຊີວິດ
ຫຼາຍທ່ານຍັງເຂົ້າໃຈຜິດໂດຍສະເພາະປະຊາຊົນທີ່ອາໄສຢູ່ເຂດຂົນນະບົດ ຫຼື ເຂດຫ່າງໄກ ສອກຫຼີກ ທີ່ມີຄວາມເຊື່ອວ່າ ການດື່ມເຫຼົ້າ ຫຼື ດື່ມທາດມືນເມົາອື່ນໆ ຈະຊ່ວຍໃຫ້ຮ່າງກາຍອົບອຸ່ນ ແລະ ແກ້ໜາວໄດ້. ແຕ່ກົງກັນຂ້າມ ທ່ານໝໍ ພັດຢັ້ງຢືນວ່າ ການດື່ມທາດມືນເມົາໃນລະດູໜາວ ບໍ່ຊ່ວຍໃຫ້ຮ່າງກາຍອົບອຸ່ນ ແລະ ແກ້ໜາວໄດ້ ໂດຍສະເພາະໃນໄລຍະອາກາດໜາວເຢັນຫຼາຍ. ການດື່ມເຫຼົ້າຫຼາຍອາດຈະເຮັດໃຫ້ເສຍຊີວິດໄດ້. …

