Vientiane Times Lao

ນັກທ່ອງທ່ຽວຕ່າງປະເທດມາທ່ຽວເມືອງວັງວຽງຫຼຸດລົງ ຍ້ອນພະຍາດ ໂຄວິດ-19

ຕົວເລກນັກທ່ອງທ່ຽວຕ່າງປະເທດມາທ່ຽວວັງວຽງ​ຫຼຸດລົງ ໂດຍສະເພາະແມ່ນນັກທ່ອງທ່ຽວຈາກຈີນ ແລະ ເກົາຫລີໃຕ້ ຍ້ອນການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ຢູ່ ສປ ຈີນ. ທ່ານ ບຸນມີ ພົມມະວົງສາ ຫົວໜ້າ ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດກັບນັກຂ່າວວຽງຈັນທາຍວ່າ: ນັກທ່ອງທ່ຽວຕ່າງປະເທດຫຼຸດລົງ ນັບຕັ້ງແຕ່ມີການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໜ່ຢູ່ ສປ…

ມາແລ້ວ ເອັມວີ ເພງ ເພື່ອຄົນທາງນັ້ນ ຂອງໜຸ່ມເພັງ ຜູ້ໄທເມືອງວັງ

ເອັມວີ ເພງ ເພື່ອຄົນທາງນັ້ນ ຂອງໜຸ່ມຜູ້ໄທເມືອງວັງ ຈາກຄ້າຍເພງ ໂຕເອງ ສະຕູດີໂອ (Toeng Studio) ເປັນເພງທຳອິດທີ່ ໜຸ່ມ ແພງຕາ ວົງສະໃໝ ທີ່ໄດ້ຂຽນບົດ, ກຳກັບການຖ່າຍທຳ ແລະ ຕັດຕໍ່ດ້ວຍຕົນເອງ. ເອັມວີເພງດັ່ງກ່າວໄດ້ປ່ອຍເປັນທີ່ຮຽບຮ້ອຍແລ້ວ ທາງຢູທູບ ຊ່ອງໂຕເອງສະຕູດີໂອ…

ກິລາບານເຕະ (ຊາຍ) ງານກິລາແຫ່ງຊາດ ຄັ້ງທີ 11 ຈະເລີ່ມແຂ່ງຂັນ ວັນທີ 19-31 ມີນາ

ກິລາບານເຕະ (ຊາຍ) ຈະເລີ່ມແຂ່ງຂັນ ໃນວັນທີ 19 ມີນາ 2020 ແລະ ປິດການແຂ່ງຂັນ ວັນທີ 31 ມີນາ 2020 ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ໃນລະຫວ່າງ…

ລັດປັບລົງລາຄານໍ້າມັນເຊື້ອໄຟທຸກຊະນິດ ເລີ່ມມື້ອື່ນ

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການມື້ວັນທີ 21 ກຸມພາ 2020 ວ່າ ການປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟທຸກ ຊະນິດ. ການປັບລົງລາຄານໍ້າມັນໃນຄັ້ງນີ້ຖືວ່າປັບລົງຫຼາຍຖ້າທຽບໃສ່ການປັບລົງໃນໄລຍະທີ່ຜ່ານມາ ຄື: ແອັດຊັງພິເສດ ປັບລົງ 480ກີບ/ລິດ ຈາກ 10.390 ກີບ/ລິດ ເຫຼືອ 9.910…

ລາວໃຫ້ຄວາມສຳຄັນກັບການພັດທະນາສີຂຽວຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ

ລັດຖະບານລາວຈະເຊື່ອມສານຍຸດທະສາດສີຂຽວເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເພື່ອຊຸກຍູ້ການຂະຫຍາຍຕົວທາງເສດຖະກິດ ຫລຸດຜ່ອນຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນລາວ. ທ່ານ ປ.ອ ກິແກ້ວ ຈັນທະບູນ, ຮອງລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວໃນລະຫວ່າງ ການສຳມະນາກ່ຽວກັບຜົນສຳເລັດແລະບາດກ້າວຕໍ່ໄປຂອງວຽກງານເຕີບໂຕສີຂຽວ ໃນ ສປປ ລາວ ໃນເຊົ້າວານນີ້ວ່າ:…

ເລື່ອນການສະເຫຼີມສະຫຼອງທົ່ງໄຫຫີນເປັນມໍລະດົກໂລກ ແລະ ງານບຸນແຫ່ພະເຈົ້າອົງຫຼວງແບບບໍ່ມີກໍານົດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ 2020 ທີ່ໄດ້ຈັດຂຶ້ນໃນບໍ່ດົນມານີ້ ແມ່ນເຫັນດີໃນການຈັດງານມະຫາກໍາກິລາແຫ່ງຊາດ ທີ່ແຂວງຊຽງຂວາງ ແຕ່ວ່າສໍາລັບການສະເຫຼີມສະຫຼອງທົ່ງໄຫຫີນ ເປັນມໍລະ ດົກໂລກ ແລະ ງານບຸນແຫ່ພະເຈົ້າອົງຫຼວງ ທີ່ເປັນ 2 ກິດຈະກໍາຈະຈັດຂຶ້ນໃນລະຫວ່າງມື້ເປີດງານມະຫາກໍາກິລາແຫ່ງຊາດດັ່ງກ່າວ ແມ່ນໃຫ້ເລື່ອນໄປກ່ອນແບບບໍ່ມີກໍານົດ. ນອກນັ້ນໃນກອງປະຊຸມຄັ້ງນີ້, ສະມາຊິກລັດຖະບານ ໄດ້ມີການປຶກສາຫາລື ແລະ ຮັບຮອງເອົາຫຼາຍບັນຫາ…

ຫ້າມພາຫະນະທີ່ບໍ່ເສຍຄ່າທຳນຽມທາງອອກນອກປະເທດ

ກະຊວງການເງິນ ໄດ້ອອກແຈ້ງການໃນວັນທີ 18 ກຸມພາ 2020 ວ່າ: ພາຫະນະທີ່ຂຶ້ນທະບຽນ ຢູ່ ສປປ ລາວ ທີ່ຈະເດີນທາງອອກໄປຕ່າງປະເທດ ຕ້ອງປະກອບເອກະສານໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບການ ເຊັ່ນ: ທະບຽນລົດ, ໃບຢັ້ງຢືນກວດກາເຕັກນິກ, ປື້ມອະນຸຍາດຂົນສົ່ງລະຫວ່າງປະເທດ ຫຼື ໃບອະນຸຍາດນຳອອກ-ນຳເຂົ້າພາຫະນະຊົ່ວຄາວ,…

ພົບຮ່າງກະດູກມະນຸດບູຮານ ແລະ ວັດຖຸ ມີອາຍຸຫຼາຍກວ່າ 2.000 ປີ ຢູ່ ແຂວງ ຊຽງຂວາງ

ຄະນະກອງບູຮານວິທະຍາ ກົມມໍລະດົກ ກະຊວງ ຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ, ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ຊຽງຂວາງ ແລະ ຊ່ຽວຊານ ມະຫາວິທະຍາໄລ ແຫ່ງຊາດ ອົດສະຕາລີ ໄດ້ຄົ້ນພົບຮ່າງກະດູກມະນຸດບູຮານ…

ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈະເພີ່ມທະວີການຮ່ວມມືເພື່ອຄວາມຈະເລີນຮຸ່ງເຮືອງ

ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5, ເຊິ່ງຈັດຂຶ້ນວັນທີ 20 ກຸມ​ພາ  ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ມີການຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການຮ່ວມມືໃນຜ່ານມາ ແລະ ແຜນການໃນຕໍ່ໜ້າ. ກອງປະຊຸມດັ່ງກ່າວໄດ້ທົບທວນຄືນການຈັດຕັ້ງຜັນຂະຫຍາຍຂອບການຮ່ວມມືໃນໄລຍະຜ່ານມາ ແລະ ແຜນປະຕິບັດງານ 5 ປີ ແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ…

ອາຊຽນ-ຈີນ ຮ່ວມກັນຕ້ານພະຍາດ ໂກວິດ 19

ອາຊຽນ-ຈີນ ໄດ້ຕົກລົງຮ່ວມມືກັນສະກັດກັ້ນການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19). ການຮ່ວມມືດັ່ງກ່າວແມ່ນໄດ້ຫາລືກັນຢູ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ ກ່ຽວກັບບັນຫາການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ທີ່ ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 20 ກຸມພາ ນີ້. ໃນກອງປະຊຸມດັ່ງກ່າວຍັງໄດ້ຕົກລົງກັນໃນການແລກປ່ຽນຂໍ້ມູນຂ່າວສານ, ການຝຶກອົບຮົມວິຊາການແພດ, ການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ທາງດ້ານອຸປະກອນການແພດ…