Skip to content
ພວກເຮົາ
ອ່ານຂ່າວພາສາອື່ນໆ
ອັງກິດ
ຝຣັ່ງ
ຈີນ
ເຟສບຸກ
ວິດີໂອ
ສະບັບກ່ອນ
ໜັງສືພິມ
ເວັບອື່ນ
ຄູ່ຮ່ວມ
ລົງໂຄສະນາ
ຈອງອ່ານຂ່າວ
ຈ່າຍຜ່ານເວັບໄຊ
ເຂົ້າລະບົບ
x
ພວກເຮົາ
ອ່ານຂ່າວພາສາອື່ນໆ
ອັງກິດ
ຝຣັ່ງ
ຈີນ
ເຟສບຸກ
ວິດີໂອ
ສະບັບກ່ອນ
ໜັງສືພິມ
ເວັບອື່ນ
ຄູ່ຮ່ວມ
ລົງໂຄສະນາ
ຈອງອ່ານຂ່າວ
ຈ່າຍຜ່ານເວັບໄຊ
ເຂົ້າລະບົບ
ພາຍໃນປະເທດ
Admin
01 February 2021
ຣັດເຊຍມອບພາຫະນະເຕັກນິກຊ່າງແສງໃຫ້ແກ່ລາວ
ລັດຖະບານ ແຫ່ງສະຫະພັນ ຣັດເຊຍ ມອບພາຫະນະເຕັກນິກຊ່າງແສງ ແລະ ຊຸດອຸປະກອນເກັບຮັກສາພາຫະນະເຕັກນິກໄລຍະຍາວ ໃິຫ້ ສປປ ລາວ, ຊຶ່ງປະ ກອບມີ: ລົດຂຸດຂຸມຄອງຈໍານວນ 2 ຄັນ, ລົດສ້ອມແປງ (ບໍາລຸງຮັກສາ) ຈໍານວນ 2 ຄັນ, ລົດຕູ້ສ້ອມແປງ…
ພາຍໃນປະເທດ
Admin
01 February 2021
ການຫຼພຣະພຸດທະຮູບທອງເຫຼືອງປາງໄຊຊະນະມານຈະສໍາເລັດໃນເດືອນເມສາ 2021 ນີ້
ອໍານາດການປົກຄອງແຂວງສາລະວັນ ໄດ້ຫຼໍ່ພຣະພຸດທະຮູບ ທອງເຫຼືອງ ປາງໄຊຊະນະມານ 1 ອົງ ເພື່ອໃຫ້ພຸດທະສາສະນິກະຊົນ ໄດ້ກາບໄຫວ້ສັກກະລະບູຊາ ແລະ ທັງເປັນການປະຕິສັງຂອນວັດວາອາຣາມ, ສືບທອດປົກປັກຮັກສາຮີດຄອງປະເພນີຂອງພຸດທະສາສະໜາ ໃຫ້ຍືນຍົງຕະຫຼອດໄປ ຊຶ່ງໄດ້ເລີ່ມການຫຼໍ່ພຣະດັ່ງກ່າວໃນທ້າຍເດືອນມັງກອນ 2021 ທີ່ຜ່ານມາ ຢູ່ທີ່ວັດໂພສີສຸວັນນະຣາມ ບ້ານສະນຶມນອກ ເມືອງເລົ່າງາມ ແຂວງສາລະວັນ ແລະ…
ພາຍໃນປະເທດ
Admin
31 January 2021
ໄປທ່ຽວບັນດາແຂວງພາກໃຕ້ຢ່າລືມແວ່ກາບໄຫວ້ສິ່ງສັກສິດທີ່ວັດພຣະບາດນາດູ່ ເມືອງລະຄອນເພັງ
ວັດພຣະບາດນາດູ່ ເມືອງລະຄອນເພັງ ແຂວງສາລະວັນ ເປັນວັດທີ່ມີຊື່ສຽງຢູ່ເມືອງລະຄອນເພັງ ແຂວງສາລະວັນ ທີ່ຊາວພຸດໃນຂອບເຂດທົ່ວປະເທດຕ່າງພາກັນແວ່ກາບໄຫວ້ສິ່ງສັກສິດເພື່ອຂໍພອນຕ່າງໆ. ສິ່ງສັກສິດທີ່ປະຊົາຊົນແວ່ກາບໄຫວ້ທີ່ວັດແຫ່ງນີ້ປະກອບມີພຣະບາດນາດູ່ເປັນຢູນິຍະສະຖານອັນສັກສິດ, ເປັນບ່ອນເຄົາລົບບູຊາ ກາບໄຫວ້ ແລະ ເປັນສູນລວມຈິດໃຈຂອງຊາວເມືອງລະຄອນເພັງ ຊຶ່ງຖືກຄົ້ນພົບໃນປີ ຄສ 1384 ທີ່ມີອາຍຸຫຼາຍກວ່າ 600 ປີ ຊຶ່ງຮອບຕີນມີຂະໜາດໃຫຍ່ມີຄວາມຍາວ 160 ຊມ,…
ພາຍໃນປະເທດ
Admin
31 January 2021
ເອັສທີກຣຸບ ຊ່ວຍຫຼຸດຜ່ອນຄວາມໜາວໃຫ້ປະຊາຊົນທີ່ທຸກຍາກຢູ່ເຂດຫ່າງໄກສອກຫຼິກ ທີ່ແຂວງອັດຕະປື
ບໍລິສັດເອັສທີກຣຸບ ແລະ ທະນາຄານເອັສທີຈຳກັດ ໄດ້ມອບເສື້ອກັນໜາວ ຈໍານວນ 2.000 ຜືນ ເພື່ອໃຫ້ປະຊາຊົນທີ່ທຸກຍາກ ຢູ່ເຂດຊົນນະບົດເຂດຫ່າງໄກສອກຫຼີກຢູ່ແຂວງອັດຕະປື ຊຶ່ງພິທີມອບ-ຮັບເສື້ອກັນໜາວດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການແຂວງອັດຕະປື ລະຫວ່າງທ່ານ ກິດສະດາ ອິນທະປັນຍາ ຜູ້ຈັດການທະນາຄານເອັສທີຈຳກັດ ສາຂາແຂວງອັດຕະປື ແລະ ທ່ານ ເລັດ ໄຊຍະພອນ…
ພາຍໃນປະເທດ
Admin
30 January 2021
ນາຍົກເນັ້ນໃຫ້ນັກຮົບເສື້ອຂາວສືບຕໍ່ປະຕິບັດວຽກງານໂດຍຮັບໃຊ້ປະຊາຊົນ ດ້ວຍຈັນຍາບັນ ແລະ ຈັນຍາທຳ
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວຍ້ອງຍໍ ຊົມເຊີຍຜົນງານຂອງແພດໝໍ ຫຼື ນັກຮົບເສື້ອຂາວທຸກໆຄົນທີ່ໄດ້ຕັ້ງໜ້າຮັບມືກັບພະຍາດ ໂຄວິດ-19 ຈົນສາມາດຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ໄດ້ ໃນລະດັບທີ່ແນ່ນອນ ເຖິງຈະມີຜູ້ຕິດເຊື້ອ ແຕ່ກໍ່ບໍ່ມີຜູ້ເສຍຊີວິດ ແລະ ໃຫ້ສືບຕໍ່ມູນເຊື້ອປະຕິວັດ ຮັບໃຊ້ປະຊາຊົນດ້ວຍ ຈັນຍາບັນ, ຈັນຍາທຳ ຖືວ່າເປັນແພດຂອງປະຊາຊົນ…
ພາຍໃນປະເທດ
Admin
30 January 2021
ຄະນະສະເພາະກິດແຂວງໄຊສົມບູນ ລົງເຜີຍແຜ່ວຽກງານຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງລ້ອງແຈ້ງ
ທ່ານ ແດງ ປະທຸມທອງ ຮອງເລຂາພັກແຂວງ ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງເຜີຍແຜ່ວຽກງານຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ ທີ່ສະໂມສອນກອງບັນຊາການປ້ອງກັນຄວາມສະຫງົບເມືອງ. ທ່ານ ເຍ່ຍຊາງ ລ່ອງປາວຈັ້ງ…
ພາຍໃນປະເທດ
Admin
29 January 2021
ກໍາມະບານ ກຽມຈັດຫຼາຍກິດຈະກໍາ ສະຫຼອງວັນສ້າງຕັ້ງຄົບຮອບ 65 ປີ ຕິດພັນກັບການປ້ອງກັນພະຍາດໂຄວິດ-19
ສູນກາງສະຫະພັນກໍາມະບານ ລາວຈະຈັດຫຼາຍກິດຈະກໍາເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 65 ປີ (1/2/1956-1/2/2021) ໂດຍຕິດພັນກັບການປະຕິບັດມາດຕະການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ. ທ່ານ ນາງ ອາລີ ວົງໜໍ່ບຸນທໍາ, ກໍາມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ຫວ່າງບໍ່ດົນມານີ້ໃຫ້ຮູ້ວ່າ: ສະເພາະຢູ່ສູນກາງສະຫະພັນກໍາມະບານ ຈະມີການໂຮມຊຸມນຸມ, ຈັດກອງປະຊຸມ…
ພາຍໃນປະເທດ
Admin
29 January 2021
70% ຂອງພົນລະເມືອງລາວຈະໄດ້ຮັບການສັກວັກຊິນ ຕ້ານໂຄວິດ-19 ແຕ່ນີ້ຫາປີ 2023
ສູນຂ່າວສານການແພດສຸຂະສຶກສາໄດ້ແຈ້ງໃຫ້ຮູ້ວ່າ: ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ ທັງເປັນປະທານຄະນະສະເພາະກິດ ຄວບຄຸມ, ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ທ່ານ ຮສ. ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກໃຫ້ກຽດຮ່ວມສັກວັກຊິນປ້ອງກັນພະຍາດໂຄວິດ-19 ກັບແພດໝໍທີ່ເປັນກຸ່ມສ່ຽງ, ພະນັກງານຜູ້ເຮັດວຽກປະຈຳດ່ານ ແລະ…
ພາຍໃນປະເທດ
Admin
28 January 2021
ທລຍ ເມືອງວຽງພູຄາ ເຜີຍແຜ່ວຽກງານປ້ອງກັນພະຍາດໂຄວິດ-19
ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງວຽງພູຄາ, ແຂວງຫຼວງນໍ້າທາ ຮ່ວມກັບຫ້ອງການສາທາລະນະສຸກເມືອງ, ສະຫະພັນແມ່ຍິງເມືອງ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ພະນັກງານ ທລຍ ຂັ້ນບ້ານ ໄດ້ຈັດຝຶກອົບຮົມວິທີປ້ອງກັນພະຍາດໂຄວິດ-19 ແລະ ແນະນໍາວິທີແກ້ໄຂບັນຫາຂັ້ນຕົ້ນໃນກໍລະນີ ເກີດພະຍາດລະບາດຢູ່ພາຍໃນບ້ານເປົ້າໝາຍຈໍານວນ 15 ບ້ານ, ຊຶ່ງມີຜູ້ເຂົ້າຮ່ວມທັງຫມົດ 1.035…
ພາຍໃນປະເທດ
Admin
28 January 2021
ແຂວງ ຫຼວງນ້ຳທາ ທຳລາຍສວນຝິ່ນ ທີ່ລັກລອບປູກ ປະມານ 2,5 ເຮັກຕາ
ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງສິງ ແລະ ປກສ ເມືອງລອງ ແຂວງ ຫຼວງນໍ້າທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ທໍາລາຍສວນຝິ່ນທີ່ລັກລອບປູກຂອງປະຊາຊົນຢູ່ ຈຸດເຊື່ອມຕໍ່ລະຫວ່າງເມືອງສິງ ແລະ ເມືອງລອງ ຄື: 6 ຄອບຄົວ ຢູ່ເຂດບ້ານ ສົມປານໃໝ່, ບ້ານສາມສົບ…
1
...
224
225
226
227
228
...
366