ການລັກລອບຂົນສົ່ງ ແລະ ຄ້າຂາຍລົດໃຫຍ່-ລົດຈັກເຖື່ອນຍັງມີ ຢູ່ ເມືອງ ສອງຄອນ
ກອງບັນຊາການ ປກຊ-ປກສ ເມືອງ ສອງຄອນ ແຂວງສະຫວັນນະເຂດ ແຈ້ງໃຫ້ຮູ້ໃນບໍ່ດົນມານີ້ວ່າ: ທາງເມືອງແມ່ນກໍາລັງເລັ່ງໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນເຂດກຸ່ມ ບ້ານລຽບຕາມຊາຍແດນລາວ-ໄທໂດຍສະເພາະເລັ່ງແກ້ໄຂການລັກລອບຂົນສົ່ງສິນຄ້າ ແລະ ຄ້າຂາຍລົດໃຫຍ່-ລົດຈັກ ທີ່ເປັນລົດເຖື່ອນ, ການບຸກລຸກປ່າສະຫງວນ-ປ່າຜະລິດ ແລະ ການຄ້າຂາຍໄມ້ເຖື່ອນ, ການຄ້າຂາຍສັດທີ່ບໍ່ມີເອກະສານ ຖືກຕ້ອງ, ການມົ້ວສຸມ ແລະ ຄ້າຂາຍຢາເສບຕິດ, ການເຂົ້າ-ອອກເມືອງທີ່ບໍ່ຖືກຕ້ອງ…

