ແຂວງ ຫຼວງນໍ້າທາ ມີແຜນຈະສ້າງພຣະເຈົ້າໃຫຍ່ ໃນເຂດສັກສິດ ພູທາດຫຼວງຈຽງຕຶງ ເພື່ອດຶງດູດນັກທ່ອງທ່ຽວ

ແຂວງ ຫຼວງນໍ້າທາ ມີແຜນຈະພັດທະນາ ເຂດສັກສິດ ພູທາດຫຼວງຈຽງຕຶງ ຢູ່ ເມືອງ ສິງ, ຊຶ່ງກຳລັງລະດົມທຶນ ເພື່ອກໍ່ສ້າງພຣະເຈົ້າໃຫຍ່ປາງປະທານພອນ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວດ້ານວັດທະນະທຳ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ທ່ານ ຄໍາແສງ ແສງມະນີ, ຮອງປະທານແນວລາວສ້າງຊາດ ເມືອງສິງ ລາຍງານຫຍໍ້ກ່ຽວກັບວຽກງານການພັດທະນາແຫຼ່ງທ່ອງທ່ຽວ…

ນະຄອນຫຼວງວຽງຈັນ ເລັ່ງກວດສອບ ການລັກລອບຕິດຕັ້ງອຸປະກອນ ຮັບ-ສົ່ງ ສັນຍານໂທລະສັບ ຈາກຕ່າງປະເທດ ແບບຜິດກົດໝາຍ

ພະແນກເຕັກໂນໂລຊີ ແລະ ກາ​ນສື່​ສານ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ເຈົ້າໜ້າທີ່ຕຳຫຼວດ ​ລົງກວດກາ ແລະ ຮື້ຖອນອຸປະກອນທວນສັນຍານ ຈາກຕ່າງປະເທດ (Repeater), ຊຶ່ງມີກຸ່ມບຸກຄົນບໍ່ຫວັງດີ ໄດ້ລັກລອບເອົາອຸປະກອນດັ່ງກ່າວເຂົ້າມາຕິດຕັ້ງແບບຜິດກົດໝາຍ ໃນ ສປປ ລາວ. ອຸປະກອນດັ່ງກ່າວ ແມ່ນອຸປະກອນທີ່ນໍາໃຊ້ ຮັບ-ສົ່ງ ສັນຍານເຄື່ອຂ່າຍໂທລະສັບ…

Vietjet ໄດ້ເນັ້ນໜັກເຖິງຄວາມສໍາເລັດໃນຄວາມຍືນຍົງ ແລະ ຄວາມດີເລີດຂອງສະຖານທີ່ເຮັດວຽກທົ່ວທະວີບອາຊີ.

(ນະຄອນຫຼວງວຽງຈັນ, 20 ສິງຫາ 2025) – Vietjet ສະເຫຼີມສະຫຼອງ 2 ຄວາມສໍາເລັດອັນສໍາຄັນໃນເດືອນສິງຫາ ນີ້, ເພື່ອເສີມສ້າງ ສະຖານະພາບຂອງສາຍການບິນໃນ ຖານະຜູ້ນໍາໃນທະວີບອາຊີຂອງສາຍການບິນ ແລະ ເປັນພາດເນີທີ່ໄວ້ວາງໃຈໄດ້ສໍາລັບນັກເດີນທາງຈາກປະເທດລາວ. ບໍລິສັດນີ້ເປັນບໍລິສັດທໍາອິດໃນຫວຽດນາມທີ່ໄດ້ຮັບເຊື້ອໄຟການບິນແບບຍືນຍົງ (SAF) ປະສົມພາຍໃນ ແລະ ຍັງໄດ້ຮັບການຍອມຮັບວ່າ…

ສປປ ລາວ ຍົກລະດັບລະບົບແກ້ໄຂຂໍ້ຂັດແຍ່ງ ຊື້ຂາຍສິນຄ້າອອນລາຍ 

ສປປ ລາວ ພວມເພີ່ມທະວີຄວາມພະຍາຍາມ ໃນການ ສ້າງຄວາມເຂັ້ມແຂງໃຫ້ແກ່ການແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນໃນການຄ້າທາງອີເລັກໂທຣນິກ, ໂດຍຜ່ານການ ນຳໃຊ້ລະບົບອອນລາຍທີ່ຖືກອອກແບບມາເພື່ອປົກປ້ອງຜູ້ບໍລິໂພກ ແລະ ສ້າງຄວາມໄວ້ວາງໃຈໃນຕະຫຼາດ ດີຈິຕອນທີ່ເຕີບໂຕຢ່າງວ່ອງໄວ. ຂໍ້ລິເລີ່ມນີ້ໄດ້ຮັບການສະໜັບສະໜູນຈາກກອງທຶນພາກພື້ນເພື່ອການຄ້າເພື່ອການພັດທະນາ (RT4D), ເຊິ່ງເປັນການຕອບສະໜອງຕໍ່ຈຳນວນຄຳຮ້ອງທຸກຂອງຜູ້ບໍລິໂພກທີ່ເພີ່ມຂຶ້ນເຊິ່ງກ່ຽວຂ້ອງກັບການຄ້າອອນລາຍ, ລວມທັງການສໍ້ໂກງ ແລະ ສິນຄ້າທີ່ບໍ່ກົງປົກ. ໂດຍກອງປະຊຸມປິດໂຄງການເພື່ອລາຍງານທົບທວນກ່ຽວກັບຄວາມຄືບໜ້າທີ່ໄດ້ຮັບມາເຖິງປັດຈຸບັນໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນວັນອັງຄານທີ່ຜ່ານມາ. ກ່າວຄຳເຫັນໃນກອງປະຊຸມ, ທ່ານ ສັນຕິສຸກ…

ປະກາດຄ້າຍເກົ່າທະຫານຝຣັ່ງເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນຂອງແຂວງບໍ່ແກ້ວ

ອໍານາດການປົກຄອງແຂວງບໍ່ແກ້ວ ປະກາດຮັບຮອງຄ້າຍເກົ່າທະຫານຝຣັ່ງເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນຂອງແຂວງບໍ່ແກ້ວ, ຊຶ່ງພິທີ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 19 ສິງຫາ 2025 ທີ່ຄ້າຍເກົ່າທະຫານຝຣັ່ງ ໂດຍເປັນກຽດເຂົ້າຮ່ວມມີທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາພັກແຂວງ ຮັກສາການເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ປະຫວັດຄວາມເປັນມາຂອງຄ້າຍເກົ່າທະຫານແຫ່ງນີ້ແມ່ນໜຶ່ງໃນສາມຂອງຄ້າຍທະຫານຝຣັ່ງ ທີ່ສ້າງຂຶ້ນໃນລະຫວ່າງປີ 1920-1930 ຢູ່ບັນດາແຂວງພາກເໜືອຂອງລາວ…

ນະຄອນຫຼວງວຽງຈັນ ກຳນົດ 33 ປະເພດກິລາ ໃນງານກິລາແຫ່ງຊາດ ຄັ້ງທີ XII

ໃນວັນທີ 19 ສິງຫາ 2025 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ, ໄດ້ມີກອງປະຊຸມການກຳນົດລາຍການແຂ່ງຂັນ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໂດຍໃຫ້ກຽດເປັນປະທານຂອງທ່ານ ສີຈັນ ຈິດຕະປັນຍາ ຫົວໜ່າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ…

ປກສ ແຂວງບໍລິຄຳໄຊ ຢຶດຢາບ້າ ໄດ້ 2 ລ້ານກວ່າເມັດ

ເຈົ້າໜ້າທີ່ ວິຊາສະເພາະພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍລິຄໍາໄຊ ໄດ້ຢຶດຢາເສບຕິດປະເພດຢາບ້າ ຈໍານວນ 2 ລ້ານເມັດຢູ່ແຄມນໍ້າຂອງເຂດບ້ານ ນາຄໍາ ເມືອງທ່າພະບາດ ແຂວງບໍລິຄຳໄຊ ພ້ອມຜູ້ຖືກຫາ 2 ຄົນ ແລະ 3 ຄົນເອົາຕົວຫຼົບໜີ. ກ່ອນຈະຢຶດໄດ້ຢາບ້າ…

ກອງກວດກາປ່າໄມ້ ແຂວງຄໍາມ່ວນ ໄດ້ທໍາລາຍ ສັດປ່າ 22 ຊະນິດ

ເຈົ້າໜ້າທີ່ກອງກວດກາປ່າໄມ້ ຮ່ວມກັບເຈົ້າໜ້າທີ່ ປກສ, ປກຊ, ພາສີ, ອົງການໄອຍະການປະຊາຊົນ ໂດຍສະເພາະແມ່ນໂຄງການ P-WEN AND D-WEN ຂອງແຂວງຄໍາມ່ວນໄດ້ທໍາລາຍ (ຝັງດິນ) ສັດປ່າທີ່ຢຶດມາໄດ້ຈໍານວນ 22 ຊະນິດ ມີ 178 ໂຕ ລວມນໍ້າໜັກ ຫຼາຍກ່ວາ…

ປກສ ແຂວງບໍ່ແກ້ວ ຢຶດຢາບ້າໄດ້ 6 ລ້ານເມັດ

ເຈົ້າໜ້າທີ່ ປກສ ແຂວງ ບໍ່ແກ້ວຢຶດຢາເສບຕິດປະເພດຢາບ້າທັງໝົດ 3.000 ມັດ, ເທົ່າກັບ 6.000.000 ເມັດ (6 ລ້ານເມັດ), ນໍ້າໜັກ 600 ກິໂລກຼາມ ໃນມື້ວານນີ້ (18/8/2025) ໂດຍຊຸກເຊື່ອງຢູ່ໃນລົດກະບະຣີໂວ້ສີຂາວ ບໍ່ຕິດປ້າຍທະບຽນ ແຕ່ຜູ້ຂັບຂີ່ລົດຄັນດັ່ງກ່າວໄດ້ເອົາຕົວຫຼົບໜີ. ກ່ອນຈະຢຶດຢາບ້າຈໍານວນດັ່ງກ່າວໄດ້ຍ້ອນເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ…

 ສະເຫຼີມສະຫຼອງວັນຊາດຫວຽດນາມໄປກັບຂໍ້ສະເໜີພິເສດສຳລັບທຸກຖ້ຽວບິນຂອງສາຍການບິນ Vietjet

*ບິນຈາກນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນໃນລາຄາເລີ່ມຕົ້ນພຽງແຕ່ 0 USD ພ້ອມນ້ຳໜັກກະເປົາຟຣີ 20 ກິໂລ (ນະຄອນຫຼວງວຽງຈັນ, ວັນທີ 19 ສິງຫາ 2025) – ສາຍການບິນ Vietjet ຂໍເຊີນຊວນນັກທ່ອງທ່ຽວຊາວລາວໄປສຳຫຼວດປະເທດຫວຽດນາມ ດ້ວຍລາຄາສຸດພິເສດໄດ້ໃນທົ່ວເຄືອຂ່າຍການບິນຂອງສາຍການບິນ, ລວມທັງເສັ້ນທາງນະຄອນຫຼວງວຽງຈັນ –…