ໂຄງການກໍ່ສ້າງໂຮງໝໍທັນສະໄໝຂອງກະຊວງ ປກສ ຈະສາມາດບັນຈຸຕຽງຄົນເຈັບໄດ້ 300 ຕຽງ

ໂຄງການກໍ່ສ້າງໂຮງໝໍທັນສະໄໝຂອງກະຊວງປ້ອງກັນຄວາມສະຫງົບ (ປກສ) ຈະສາມາດບັນຈຸຕຽງຄົນເຈັບໄດ້ 300 ຕຽງ ຊຶ່ງປະກອບຄົບທຸກຂະແໜງປິ່ນປົວທາງດ້ານການແພດ, ປະກອບອຸປະກອນການແພດທີ່ທັນສະໄໝຄົບຊຸດ, ລະບົບຂໍ້ມູນຂ່າວ ສານການແພດທີ່ທັນສະໄໝ ແລະ ອື່ນໆ. ພິທີວາງສີລາລືກໂຄງການກໍ່ສ້າງໂຮງໝໍທັນສະໄໝຂອງ ປກສ ໄດ້ຈັດຂຶ້ນໃນວັນທີ 2 ກັນຍາ 2025 ນີ້ ໂດຍມີທ່ານ ພົນເອກ…

 ສະຫາຍເລຂາທິການໃຫຍ່ ພົບປະກັບການນຳຂັ້ນສູງ ສສ ຫວຽດນາມ

ໃນໂອກາດທີ່ຄະນະຜູ້ແທນ ຂັ້ນສູງພັກ, ລັດ ແຫ່ງ ສປປ ລາວ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ເດີນທາງໄປຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະການປະຕິວັດເດືອນ ສິງຫາ ແລະ ວັນສະຖາປະນາ…

ແຂວງ​ຈໍາປາສັກ ສັ່ງປິດກິດຈະການ ຮ້ານອາຫານ​ 10 ແຫ່ງ ທີ່ບໍ່ຖຶກ​ຕ້ອງ​ຕາມ ​ລະ​ບຽບ​ການ

ອໍານາດການປົກຄອງແຂວງ​ຈໍາປາສັກ ສັ່ງປິດກິດຈະການຮ້ານອາຫານ​ 10 ແຫ່ງ ທີ່ບໍ່ຖຶກ​ຕ້ອງ​ຕາມ​ລະ​ບຽບ​ການ​ ຍ້ອນຂໍ​ອະ​ນຸຍາດ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ຮູບ​ແບບຂອງ​ຮ້ານ​ອາ​ຫານ​ ແຕ່ບໍລິ​ການ​ໃນ​ຮູບ​ແບບຮ້ານ​ບັນ​ເທີງ, ເລີ່ມ​ຈັດ​ຕັ້ງ​ປະ​ຕິ​ບັດ​ນັບ​ແຕ່ວັນ​ທີ 1 ກັນ​ຍາ 2025 ເປັນ​ຕົ້ນ​ໄປ​ ຈົນ​ກວ່າ​ຈະ​ໄດ້​ຮັບ​ເອ​ກະ​ສານ​ຂໍ​ອະ​ນຸ​ຍາດດຳ​ເນີນ​ທຸລະກິດ​ບັນ​ເທີງ​ໃຫ້​ຖຶກ​ຕ້ອງ​ຕາມ​ລະ​ບຽບ​ການ, ຖ້າ​ມີກໍລະນີຮ້ານໃດບໍ່​ປະ​ຕິ​ບັດ​ ແລະ​ ຍັງ​ຝ່າ​ຝືນ​ເປີດ​ບໍ​ລິ​ການ​ລູກ​ຄ້າ,​ ຄະ​ນະ​ກຳ​ມະ​ການສະ​ເພາະ​ກິດ​ບັນ​ເທີງ​ຂັ້ນ​ແຂວງຈໍາປາສັກ ແລະ ນະ​ຄອນ​ປາກ​ເຊ​ ຈະປະ​ຕິ​ບັດຕາມ​ລະ​ບຽບ​ການ​ຄ​ຸ້ມ​ຄອງ​ທີ່​ໄດ້​ກຳ​ນົດ​ໄວ້.​…

ກະຊວງສຶກສາທິການ ແລະ ກິລາ ເລີ່ມນໍາໃຊ້ກາໝາຍ (ໂລໂກ້) ໃໝ່ ນັບແຕ່ວັນທີ 1 ກັນຍາ ເປັນຕົ້ນໄປ

ຫ້ອງການກະຊວງສຶກສາທິການ ແລະ ກິລາ ແຈ້ງມາຍັງບັນດາທ່ານຊາບວ່າ: ປະຈຸບັນ ກະຊວງສຶກສາທິການ ແລະ ກິລາ ໄດ້ປັບປຸງກາໝາຍ (ໂລໂກ້) ໃໝ່ ເພື່ອໃຫ້ມີຄວາມສອດຄ່ອງກັບລັກສະນະຊາດ ແລະ ພາລະບົດບາດ, ໜ້າທີ່ຂອງກະຊວງ ຊຶ່ງສະແດງອອກຢ່າງກວມລວມເຖິງວຽກງານ ການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ກິລາ,…

ບົດ​ກ່າວ​ຄຳ​ເຫັນ​ຂອງ​ ສະຫາຍ ຫງວຽນ​ມິງ​ເຕີມ​, ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນ ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສສ ຫວຽດ​ນາມ ປະ​ຈຳ ສປປ ລາວ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສະ​ຖາ​ປະ​ນາ ສສ ​ຫວຽດ​ນາມ ຄົບ​ຮອບ 80 ປີ

(02/9/1945-02/9/2025) ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສະ​ຖາ​ປະ​ນາ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ (2 ກັນ​ຍາ 1945 – 2 ກັນ​ຍາ 2025), ຕາງ​ໜ້າ​ບັນ​ດາ​ສະ​ຫາຍ​ການ​ນຳ​ພັກ​, ລັດ ແລະ ​ປະ​ຊາ​ຊົນ​ຫວຽດ​ນາມ​, ຂ້າ​ພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ນັບ​ຖື ແລະ​ ຂໍສົ່ງຄຳ​ອວຍ​ພອນ​ໄຊ​ອັນ​ປະ​ເສີດ​,…

ລາວ ຖືກຮັບຮອງຢ່າງເອກະສັນ ໃຫ້ເປັນປະເທດຄູ່ຮ່ວມເຈລະຈາ (Dialogue Partner) ປະເທດທີ 15 ຢ່າງເປັນທາງການ

ໃນໄລຍະກອງປະຊຸມພິເສດ ໃນພາກກອງປະຊຸມບັນດາປະເທດສະມາຊິກບວກ ຫຼື “SCO Plus” ສປປ ລາວ ໄດ້ຖືກຮັບຮອງຢ່າງເອກະສັນໃຫ້ເປັນປະເທດຄູ່ຮ່ວມເຈລະຈາ (Dialogue Partner) ປະເທດທີ 15 ຢ່າງເປັນທາງການ ໃນກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25th Shanghai Cooperation…

ປກສ ແຂວງຄຳມ່ວນ ຈັບໂຈນໃຈບາບ  3 ຄົນ ກໍ່ເຫດລັກພຣະພຸດທະຮູບ

ພັທ ລັກມະນີ ຈັນທະລາດ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ ໄດ້ລາຍງານວ່າ: ວັນທີ 9 ສິງຫາ 2025 ຜ່ານມາ, ເຈົ້າໜ້າທີ່ ໄດ້ຮັບແຈ້ງຄວາມວ່າ ມີກຸ່ມຄົນຮ້າຍລົງມືລັກຊັບ (ພຣະພຸດທະຮູບ) ຢູ່ທີ່ວັດສີບຸນເຮືອງ ບ້ານດອນມະໄຫຼ ເມືອງທ່າແຂກ ຈຳນວນ…

ສານ ແຂວງອຸດົມໄຊ ຕັດອິດສະຫຼະພາບ 3 ເດືອນ ຊາຍໜຸ່ມ ຂໍ້ຫາ ມີການຊື້-ຂາຍຄອບຄອງ ໃບກະທ້ອມ, ກັນຊາແຫ້ງໄວ້ໃນຄອບຄອງ

ສານປະຊາຊົນຂັ້ນຕົ້ນເຂດ 1 ແຂວງອຸດົມໄຊ ໄດ້ລົງໂທດຕັດອິດສະຫຼະພາບທ້າວ ບຸນມີໄຊ ເຊີນ ອາຍຸ 25 ປີ ບ້ານ ພູຂຽວ, ເມືອງໄຊ ແຂວງອຸດົມໄຊ ປະຕິບັດໂທດທາງອາຍາ 3 ເດືອນ ແລະ ປັບໃໝ 6 ລ້ານກີບ,…

ຈຳປາສັກ ສູ້ຊົນບໍ່ໃຫ້ຫຼຸດ 33 ຫຼຽນຄຳ ໃນງານກິລາແຫ່ງຊາດ ຄັ້ງທີ12

ແຂວງຈຳປາສັກ ພ້ອມຕັ້ງເປົ້າໝາຍຈະພະຍາຍາມສູ້ຊົນບໍ່ໃຫ້ຫຼຸດ 33 ຫຼຽນຄໍາ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025. ເມື່ອບໍດົນມານີ້, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ…

ລັດຖະບານ ຖືເອົາວຽກງານການສຶກສາ ເປັນວຽກທີ່ສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວບາງຕອນສໍາຄັນຂອງວຽກງານສຶກສາ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2025-2026 ວ່າ: ລັດຖະບານ ຍາມໃດກໍໄດ້ຖືວຽກງານການສຶກສາ ເປັນວຽກໜຶ່ງສຳຄັນ “ເອົາການສຶກສາ ໄປກ່ອນວຽກງານອື່ນ ກ້າວໜຶ່ງ”, “ເອົາຄົນ ເປັນເປົ້າໝາຍ,…