ລັດຖະບານ ຈະມີແຈ້ງການສະບັບໃໝ່ກ່ຽວກັບມາດຕະການປ້ອງກັນໂຄວິດ-19
ລັດຖະບານ ຈະມີແຈ້ງການສະບັບໃໝ່ໃນໄວໆນີ້ ກ່ຽວກັບການຜ່ອນຜັນຕື່ມອີກບາງມາດຕະການ ໃນການຕ້ານພະຍາດໂຄວິດ-19 ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ໜ້ອຍທີ່ສຸດ. ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍມື້ນີ້ວ່າ ລັດຖະບານໄດ້ຈັດກອງປະຊຸມ ໃນຕອນເຊົ້າມື້ນີ້ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ, ເຊິ່ງໄດ້ຮັບຟັງການລາຍງານ ການປະເມີນຜົນສະພາບການລະບາດຂອງພະຍາດ…

