ເຮືອນພັກຖາວອນ ໃຫ້ຜູ້ປະສົບໄພຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ທີ່ເມືອງສະໜາມໄຊ ສ້າງສໍາເລັດແລ້ວ 66 ຫຼັງ
ເຮືອນພັກຖາວອນໃຫ້ປະຊາຊົນທີ່ປະສົບໄພພິບັດນ້ຳຖ້ວມຈາກສັນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກໃນທ້າຍປີ 2018 ຜ່ານມາ ຢູ່ເມືອງສະໜາມໄຊ ແຂວງ ອັດຕະປີ, ໄດ້ສໍາເລັດການກໍ່ສ້າງໃນເບື້ອງຕົ້ນຈໍານວນ 66 ຫຼັງທີ່ສູນພັກຊົ່ວຄາວບ້ານດົງບາກໃໝ່ຫີນຄໍາ ແລະ ສູນພັກຊົ່ວຄາວດອນບົກ. ສໍາລັບ ເຮືອນ 66 ຫຼັງນີ໊, ຢູ່ເຂດດົງບາກມີຈໍານວນ 46 ຫຼັງ ແລະ ເຂດດອນບົກມີຈໍານວນ…

