ການແຂ່ງຂັນແລ່ນ-ລານ ແນໃສ່ພັດທະ ນານັກກິລາຮຸ່ນໃໝ່ ຈະເລີ່ມມື້ອື່ນນີ້
ສະຫະພັນແລ່ນ-ລານແຫ່ງຊາດລາວ ຈະຈັດການແຂ່ງຂັນແລ່ນ-ລານ ທົ່ວປະເທດ ປະຈໍາປີ 2021 ລະຫວ່າງວັນທີ 28-30 ມັງກອນ 2021, ຢູ່ສະຖາບັນກິລາ-ກາຍຍະກໍາ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ຊຶ່ງການແຂ່ງຂັນລາຍການນີ້ ເນັ້ນໃສ່ພັດທະນາ ນັກກິລາຮຸ່ນໃໜ່ ທີ່ມີພອນສະຫວັນດ້ານກິລາ ເພື່ອກຽມເປັນນັກກິລາຮຸ່ນສືບທອດ ແລະ ຮ່ວມການແຂ່ງຂັນກິລາລະດັບສາກົນໃນອະນາຄົດ.…

