ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ປິດເມືອງບໍ່ຢູ່
ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວໃຫ້ຮູ້ວ່າ: ປັດຈຸບັນນີ້ຍັງມິປະຊາຊົນຈໍານວນໜຶ່ງໄດ້ຝ່າຝືນ ລັກລອບ ເຂົ້າ – ອອກເມືອງຕົ້ນເຜິ້ງຕາມເສັ້ນທາງທີ່ຄະນະສະເພາະກິດບໍ່ອະນຸຍາດໃຫ້ຜ່ານຊຶ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ມີຜູ້ຕິດເຊື້ອພະຍາດໂຄວິດຈໍານວນຫຼາຍຢູ່ແຂວງບໍ່ແກ້ວໂດຍສະເພາະຢູ່ເມືອງຕົ້ນເຜິ້ງ ຊຶ່ງຮອດວັນທີ 8 ພຶດສະພາ 2021 ນີ້ ທົ່ວແຂວງບໍ່ແກ້ວມີຜູ້ຕິດເຊື້ອພະຍາດໂຄວິດ-19 ແລ້ວ ເຖິງ 226…

