ມູນນິທິຮ່ວມໃຈພັດທະນາລາວ ມອບອຸປະກອນການແພດປ້ອງກັນພະຍາດ ໂຄວິດ-19
ມູນນິທິຮ່ວມໃຈພັດທະນາລາວ ໄດ້ນຳອຸປະກອນການແພດ ປະກອບດ້ວຍ ສະເປ, ຜ້າອັດປາກ-ດັງ, ເຈວລ້າງມື ມາມອບໃຫ້ ໂຮງໝໍເຊດຖາທິລາດ ໃນວັນທີ 2 ເມສາ 2020 ທີ່ຜ່ານມາ. ຈຸດປະສົງການມອບເຄື່ອງດັ່ງກ່າວ ແມ່ນເພື່ອສະໜັບສະໜູນ ໃຫ້ທີມແພດໝໍ ໄດ້ນຳໃຊ້ໃນການຕອບໂຕ້ ແລະ ການກຽມພ້ອມສຳລັບສະກັດກັ້ນພະຍາດ ໂຄວິດ-19…

