ລັດຖະບານເຫັນດີໃຫ້ສືບຕໍ່ປະຕິບັດບາງມາດຕະການເພື່ອປ້ອງກັນໂຄວິດ-19
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການໃນມື້ວານນີ້ ກ່ຽວກັບການປະຕິບັດບັນດາມາດຕະການຜ່ອນຜັນ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ນອກຈາກຜ່ອນຜັນຫຼາຍມາດຕະການແລ້ວ ກໍ່ຍັງເຫັນດີໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບາງມາດຕະການທີ່ໄດ້ກຳນົດໃນຄຳສັ່ງ 06/ນຍ. ບັນດາມາດຕະການ ທີ່ເຫັນດີໃຫ້ຜ່ອນຜັນ ແລະ ໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດນັ້ນ ແມ່ນເປັນການຊົ່ວຄາວ, ເຊິ່ງມີໄລຍະປະຕິບັດແຕ່ວັນທີ 18 ພຶດສະພາ ຫາ…

