4 ບ້ານທຸກຍາກຢູ່ ແຂວງວຽງຈັນຍັງແກ້ໄຂບໍ່ໄດ້ ຍ້ອນບັນຫາເສັ້ນທາງ
ອໍານາດການປົກຄອງ ແຂວງວຽງຈັນຈະເລັ່ງປັບປຸງເສັ້ນທາງເຂົ້າ-ອອກ 4 ບ້ານທີ່ຍັງທຸກຍາກ ພາຍໃນແຂວງໃຫ້ສະດວກສະບາຍທຽວໄດ້ທັງສອງລະດູການ ເພື່ອເປັນການຊຸກຍູ້ການຜະລິດຂອງປະຊາຊົນໃຫ້ສາມາດນຳເອົາສິນຄ້າທີ່ປະຊາຊົນປູກອອກສູ່ຕະຫຼາດໃນຕົວເມືອງໄດ້ ຫຼື ໃຫ້ພໍ່ຄ້າ ແມ່ຄ້າ ສາມາດເຂົ້າເກັບຊື້ໄດ້ໂດຍກົງ. 4 ບ້ານທີ່ຍັງທຸກຍາກປະກອບມີບ້ານນ້ຳຫານ, ບ້ານສາມັກຄີໄຊ, ບ້ານປາກແຜນ ແລະ ບ້ານປາກຢັນ ທີ່ຂຶ້ນກັບເມືອງແມດ ແຂວງວຽງຈັນ (ຄອບຄົວທຸກຍາກຍັງເຫຼືອ 755…

