ກຽມກໍ່ສ້າງອານຸສາວະລີນັກບິນທະຫານຂອງອະດີດສະຫະພາບໂຊວຽດ ຢູ່ລາວ
ກົມໃຫຍ່ການເມືອງກອງທັບປະຊາຊົນລາວກຽມກໍ່ສ້າງອານຸສາວະລີນັກບິນທະຫານຂອງອະດີດສະຫະພາບໂຊວຽດ(ຣັດເຊຍໃນປະຈຸບັນ) ທີ່ໄດ້ເສຍຊີວິດໃນການປະຕິບັດພັນທະສາກົນຢູ່ ສປປ ລາວ ຊຶ່ງອານຸສາວະລີດັ່ງກ່າວຈະຕັ້ງຢູ່ນະຄອນຫລວງວຽງຈັນ ແລະ ແຂວງຊຽງຂວາງ. ພິທີເຊັນສັນຍາການກໍ່ສ້າງໂຄງການດັ່ງກ່າວໄດ້ຈັດຂື້ນເມື່ອບໍ່ດົນມານີ້ ທີ່ ກະ ຊວງປ້ອງກັນປະເທດ ເຊີ່ງຕາງໜ້າກົມໃຫຍ່ ການເມືອງກອງທັບຮ່ວມລົງນາມ ໂດຍ ທ່ານ ພົນຕີ ສອນທອງ ພົມລາວົງ ກໍາມະການ ຄະນະພັກກະຊວງປ້ອງກັນປະເທດ,…

