ສະຖາບັນເສດຖະກິດ ສັງຄົມແຫ່ງຊາດ ເຕືອນ ອັດຕາເງິນເຟີ້ ສ່ຽງເພີ່ມຂຶ້ນຮອດ 2 ຕົວເລກໃນປີ 2026

ໄພເງິນເຟີ້ໃນລາວສ່ຽງເພີ່ມຂຶ້ນແຕະລະດັບ 9.7% ຫຼື ກັບຄືນສູ່ສອງຕົວເລກໃນປີ 2026 ຈາກແຮງກົດດັນຂອງລາຄານໍ້າມັນໂລກ ແລະ ຜົນພວງຂອງນະໂຍບາຍການເງິນແບບຜ່ອນຄາຍທີ່ຜ່ານມາ. ໃນຂະນະທີ່ເປົ້າໝາຍຂອງລັດຖະບານແມ່ນ ບໍ່ເກີນ 5% ຕໍ່ປີ. ໂຕເລກດັ່ງກ່າວ ຖືກຄາດການ ໃນບົດປະເມີນເສດຖະກິດມະຫາພາກ ຂອງ ສປປ ລາວ ໂດຍສະຖາບັນວິທະຍາສາດເສດຖະກິດ ແລະ…

ເຂດເຜົ່າຈ້ວງປົກຄອງຕົນເອງ ກວາງຊີ ພັດທະນາຢ່າງກ້າວກະໂດດ

ກວາງຊີ ເປັນໜຶ່ງໃນ 5 ເຂດຊົນເຜົ່າປົກຄອງຕົນເອງຂອງປະເທດຈີນ ເຊິ່ງຕັ້ງຢູ່ພາກໃຕ້ຂອງປະເທດຈີນ ແລະ ຢູ່ສົ້ນຕາເວັນຕົກສຽງໃຕ້ຂອງເສັ້ນທະເລແຄມແຜ່ນດິນໃຫຍ່, ເປັນເຂດດຽວຂອງປະເທດຈີນ ທີ່ຕິດກັບອາຊຽນທັງທາງທະເລທັງທາງບົກ ແລະ ເປັນເສັ້ນທາງໄປສູ່ທະເລເສັ້ນດຽວຂອງພາກຕາເວັນຕົກສຽງໃຕ້ຂອງຈີນ, ມີປະຊາກອນ 55,18 ລ້ານຄົນ,ເນື້ອທີ່ທາງບົກມີ 237.600 ຕາລາງກິໂລແມັດ ເຊິ່ງເປັນເຂດແດນທີ່ເຕັມໄປດ້ວຍທິວທັດທຳມະຊາດອັນສວຍສົດງົດງາມ ແລະ ມີວັດທະນະທຳປະຫວັດສາດອັນມີມູນເຊື້ອຍາວນານ, ມີອາລິຍະທຳອັນເກົ່າແກ່…

ການຮ່ວມມືດ້ານເຕັກໂນໂລຊີ ແລະ ການສື່ສານ ໃນຂົງເຂດຊາວໜຸ່ມ-ເຍົາວະຊົນ ໄລຍະ 2026-2031

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານເຕັກໂນໂລຊີ ແລະ ການສື່ສານ ໃນຂົງເຂດຊາວໜຸ່ມ-ເຍົາວະຊົນ ໄລຍະ 2026-2031. ການຮ່ວມມືໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງກົນໄກປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານ ໂດຍຫັນໄປສູ່ຄວາມທັນສະໄໝ ເພື່ອໃຫ້ສາມາດເຊື່ອມໂຍງຂໍ້ມູນຕ່າງໆ ພາຍໃນອົງການຈັດຕັ້ງຊາວໜຸ່ມທົ່ວປະເທດ…

Mister Universe Laos 2026 ເປີດຕົວຜູ້ເຂົ້າແຂ່ງຂັນ 21 ຄົນຢ່າງເປັນທາງການ

ຜູ້ຈັດງານໄດ້ແນະນຳລາຍຊື່ຜູ້ເຂົ້າແຂ່ງຂັນຫຼ້າສຸດ 21 ຄົນຢ່າງເປັນທາງການທີ່ກຳລັງກະກຽມທີ່ຈະແຂ່ງຂັນໃນເວທີປະກວດຊາຍທີ່ມີຊື່ສຽງທີ່ສຸດແຫ່ງໜຶ່ງຂອງປະເທດ, ການສະໝັກຍັງຄົງເປີດຮັບຈົນຮອດວັນທີ 5 ມິຖຸນາ. ຄວາມຕື່ນເຕັ້ນອ້ອມຮອບການປະກວດ Mister Universe Laos 2026, ການແຂ່ງຂັນບໍ່ພຽງແຕ່ເນັ້ນໃສ່ຮູບຮ່າງໜ້າຕາ ແລະ ຄວາມມີສະເໜ່ເທົ່ານັ້ນ, ແຕ່ຍັງສຸມໃສ່ຄວາມໝັ້ນໃຈ, ຄວາມເປັນຜູ້ນຳ, ບຸກຄະລິກກະພາບ, ພອນສະຫວັນ ແລະ  ຄວາມສາມາດໃນການດົນໃຈຄົນອື່ນໃນຖານະເປັນຕົວແທນຂອງປະເທດລາວ.…

ເລີ່ມຈັດຕັ້ງປະຕິບັດໂຄງການກໍ່ສ້າງໄຟຟ້າແສງຕາເວັນຂະໜາດນ້ອຍ ຢູ່ ເມືອງ ໂພນທອງ ແຂວງ ຈໍາປາສັກ

ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງ ຈຳປາສັກ ແລະ ບໍລິສັດ ໂພນທອງ ໂຊລາ ຈຳກັດ ໄດ້ຮ່ວມກັນລົງນາມເຊັນສັນຍາ ສຳປະທານ ໂຄງການກໍ່ສ້າງໄຟຟ້າແສງຕາເວັນຂະໜາດນ້ອຍ, ມີກຳລັງຕິດຕັ້ງໄຟຟ້າ 5 ເມກາວັດ (MW)​ ໃນເນື້ອທີ່ດິນ 5 ເຮັກຕາ…

ໄຊສົມບູນ ຫາລືແລວທາງໂຄງການທາງດ່ວນ  ເຊື່ອມ ວຽງຈັນ-ໄຊສົມບູນ-ຊຽງຂວາງ-ຫົວພັນ ຫາຊາຍແດນຫວຽດນາມ

ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ຈັດກອງປະຊຸມລາຍງານຜົນການປຶກສາຫາລື ແລະ ກໍານົດ ແລວທາງໂຄງການທາງດ່ວນ (ແລວທາງຕັດໃໝ່) ແຕ່ນະຄອນຫຼວງວຽງຈັນ-ໄຊສົມບູນ-ຊຽງຂວາງ-ຫົວພັນ (ດ່ານນໍ້າໂສ້ຍຊາຍແດນລາວ-ຫວຽດນາມ) ຂຶ້ນໃນວັນທີ 6 ພຶດສະພາ 2026 ນີ້ ທີ່ແຂວງໄຊສົມບູນ, ໂດຍການເປັນປະທານຂອງທ່ານ ປອ ທອງປະເສີດ…

ນາຍົກ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ຢູ່ຟີລິບປິນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໂດຍການເປັນປະທານອາຊຽນ ຂອງຟີລິບປິນ ພາຍໃຕ້ຄໍາຂວັນ “ການນໍາທາງອະນາຄົດຂອງອາຊຽນຮ່ວມກັນ” ໃນວັນທີ 7-8 ພຶດສະພາ…

 ເກີດປະກົດການປາຕາຍ ຈໍານວນຫຼາຍ ໃນສາຍນໍ້າເຊໂດນ

ເມື່ອວັນທີ 4​ ພຶດສະພາ​ 2026 ຜ່ານມາ, ພະ​ແນກກະສິກຳ ແລະ ສິ່ງ​ແວດລ້ອມ​ແຂວງຈໍາປາສັກ​ ໄດ້ລາຍງານການເກັບກໍາຂໍ້ມູນສະພາບປາຕາຍ ຢູ່ສາຍນໍາເຊໂດນ​ ເຂດບ້ານນາດ່ານ,​ ບ້ານນາຂາມ ແລະ ບ້ານຄີລີ ເມືອງຊະນະສົມບູນ ແຂວງຈໍາປາສັກ​ ວ່າ: ​ ພາຍຫຼັງໄດ້ຮັບແຈ້ງຈາກອົງການປົກຄອງຂັ້ນທ້ອງຖິ່ນ​ ວ່າ:…

ເຊັນສັນຍາຮັບເໝົາກໍ່ສ້າງໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເມືອງຂວາ, ແຂວງຜົ້ງສາລີ 

ເມື່ອບໍ່ດົນມານີ້, ລັດຖະບານລາວ ເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເມືອງຂວາ, ແຂວງຜົ້ງສາລີ ພາຍໃຕ້ໂຄງການ SEARECC ມາດຕະຖານເຕັກນິກການອອກແບບທາງອາຊຽນຊັ້ນ III.  ໂຄງການດັ່ງກ່າວແມ່ນນໍາໃຊ້ບ້ວງເງິນກູ້ຢືມຈາກທະນາຄານລົງທຶນເອີຣົບ (EIB), ເງິນຊ່ວຍເຫຼືອລ້າຈາກສະຫະພາບເອີຣົບ (EU) ແລະ ເງິນສົມທົບທຶນຂອງ ລັດຖະບານ ສປປ…

ຕໍາຫຼວດຈັບເປົ້າໝາຍຊາຍໜຸ່ມຈີນຫຼັງກໍ່ເຫດ ຍິງກັນເຂດເມືອງສີໂຄດຕະບອງ

ຕໍາຫຼວດນະຄອນຫຼວງວຽງຈັນ ຈັບເປົ້າໝາຍກໍ່ເຫດຍິງກັນຢູ່ເຂດຮ້ານບັນເທີງແຫ່ງໜື່ງ ຢູ່ບ້ານປາກທ້າງ, ເມືອງສີໂຄດຕະບອງ ໃນຄືນວັນທີ 22 ເມສາ 2026 ທີ່ຜ່ານມາ.  ອີງຕາມໜັງສືພິມຄວາມສະຫງົບລາຍງານວັນທີ 4 ພຶດສະພາ 2026 ນີ້ວ່າ: ເຫດການຍີງກັນເກີດຂື້ນ ເວລາ 22:30 ໂມງ. ພາຍຫຼັງເກີດເຫດການດັ່ງກ່າວ ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ…