ບໍ່ແກ້ວຫ້າມເດັດຂາດບໍ່ໃຫ້ໃຊ້ສຽງດັງໃນຄໍ່າຄືນສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່
ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ເຖິງທຸກຊັ້ນ ຄົນພາຍໃນແຂວງບໍ່ແກ້ວໃຫ້ຊາບວ່າ: ໃນຄໍ່າຄືນຂອງວັນທີ 31 ທັນວາ 2020 ຊຶ່ງເປັນຄໍ່າຄືນການສະຫຼອງສົ່ງທ້າຍປີເກົ່າ 2020 ແລະ ຕ້ອນຮັບປີໃໝ່ 2021 ນີ້ ຫ້າມເດັດຂາດບໍ່ໃຫ້ໃຊ້ສຽງດັງເປັນຕົ້ນແມ່ນການຈູດບັ້ງໄຟດອກ, ບັ້ງໄຟພຸ, ໝາກກະໂພກທຸກປະເພດ, ຫ້າມບຸກຄົນທີ່ບໍ່ມີໜ້າທີ່ ຖືອາວຸດທຸກປະເພດ,…

