ການແລ່ນ ວຽງຈັນມາຣາທອນຖືກເລື່ອນ ອອກໄປແບບບໍ່ມີກໍານົດຍ້ອນພະຍາດໂຄວິດ-19
ລັດຖະບານບໍ່ອະນຸຍາດໃຫ້ເປີດການແລ່ນວຽງຈັນມາຣາທອນຄັ້ງທີ 2 ຕາມການສະເໜີຂອງຜູ້ຈັດງານ ແລະ ເລື່ອນອອກໄປແບບບໍ່ມີກໍານົດຍ້ອນວ່າຈະມີນັກແລ່ນເຂົ້າຮ່ວມເປັນຈໍານວນຫຼາຍຈຶ່ງເຮັດໃຫ້ມີຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຍັງແຜ່ຂະຫຍາຍເປັນວົງກວ້າງຢູ່ບັນດາປະເທດອ້ອມຂ້າງ ແລະ ທົ່ວໂລກ, ເຖິງແມ່ນວ່າຈະບໍ່ພົບຜູ້ຕິດເຊື້ອພະຍາດດັ່ງກ່າວຢູ່ພາຍໃນປະເທດກໍ່ຕາມ ຊຶ່ງຈໍານວນ 39 ຄົນທີ່ຕິດເຊື້ອພະຍາດໂຄວິດ-19 ແມ່ນເດີນທາງມາແຕ່ຕ່າງປະເທດ. ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການບໍ່ອະນຸຍາດ ຫຼື ໃຫ້ເລື່ອນເວລາຈັດການແລ່ນດັ່ງກ່າວອອກໄປຢ່າງບໍ່ມີກຳນົດໃນມື້ວັນທີ 4 ທັນວາ 2020 ທີ່ຜ່ານມາ,…

