ລາວຈະນໍາໃຊ້ພາຫະນະທີ່ແລ່ນດ້ວຍກະແສໄຟຟ້າເພື່ອທົດແທນ ພາຫະນະທີ່ແລ່ນດ້ວຍນໍ້າມັນ
ລັດຖະບານລາວ ຕາງໜ້າໂດຍ ລັດວິສາຫະກິດໄຟຟ້າລາວ ຮ່ວມມືກັບບໍລິສັດ ກຸ່ມບໍລິສັດວິທະຍາສາດ-ເຕັກໂນໂລຊີ GEELY ແລະ ກຸ່ມບໍລິສັດກິດຕິພົງ ເພື່ອພັດທະນາ ແລະ ນໍາໃຊ້ພາຫະນະທີ່ແລ່ນດ້ວຍໄຟຟ້າເພື່ອທົດແທນພາຫະນະທີ່ແລ່ນດ້ວຍນໍ້າມັນເຊື້ອໄຟ (ປະເພດລົດເມ- ລົດໂດຍສານ) ເພື່ອເປັນການຫຼຸດຜ່ອນມົນລະພິດທາງອາກາດ ຊຶ່ງຈະມີການເລີ່ມທົດລອງນໍາໃຊ້ໃນປີ 2021 ທີ່ຈະມາເຖິງນີ້. ພິທີເຊັນສັນຍາການຮ່ວມມືດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 20 ຕຸລາ…

