ແມ່ຍິງລາວຈຳນວນຫຼາຍຍັງຕົກເປັນເຫຍື່ອການຄ້າມະນຸດ ຈາກການຖືກຕົວະແຕ່ງງານກັບຄົນຕ່າງປະເທດ
ກະຊວງປ້ອງກັນຄວາມສະຫງົບໄດ້ແຈ້ງໃຫ້ຮູ້ວ່າ: ສະເພາະປີນີ້ 2019 ໄດ້ກວດພົບຄົນລາວທີ່ຖືກສົ່ງກັບມາແຕ່ຕ່າງປະເທດ ຫຼາຍກວ່າ 4.000 ຄົນ, ໃນນີ້ມີຜູ້ຖືກເຄາະຮ້າຍຈາກຂະບວນການຄ້າມະນຸດຈໍານວນໜຶ່ງຈາກການຖືກຕົວະໄປແຕ່ງງານກັບຄົນຕ່າງປະເທດ ແລະ ຕົກເປັນເຫຍື່ອການຄ້າມະນຸດແບບບໍ່ຮູ້ຕົວ. ທ່ານ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໄດ້ກ່າວໃນບໍ່ດົນມານີ້ວ່າ: ສາວລາວໄດ້ມີການແຕ່ງງານກັບຄົນຕ່າງປະເທດມີທັງຖືກກົດໜາຍ ແລະ ບໍ່ຖືກກົດໜາຍ ຍັງພົບເຫັນເປັນຈຳນວນຫຼາຍ ໂດຍສະເພາະມີການແຕ່ງງານຢູ່ນອກປະເທດ ແລະ…

