ຄະນະສະເພາະກິດຮຽກຮ້ອງໃຫ້ຕິດຕາມຂ່າວທາງການກ່ຽວກັບມາດຕະການຜ່ອນຜັນ
ຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນມື້ນີ້ວ່າ ໃຫ້ທຸກຄົນຕິດຕາມແຫຼ່ງຂ່າວທາງການຂອງລັດຖະບານ ແລະ ຄະນະສະເພາະກິດ ເທົ່ານັ້ນ ກ່ຽວກັບການຍົກເລີກ ຫຼື ມາດຕະການຜ່ອນຜັນຕ່າງໆ ເພາະປະຈຸບັນມີສັງຄົມອອນລາຍຈໍານວນຫຼາຍໄດ້ອອກຂ່າວກ່ຽວກັບບັນຫານີ້. ມາເຖິງປະຈຸບັນນີ້ 18 ວັນແລ້ວທີ່ບໍ່ມີລາຍງານການຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່, ສະນັ້ນ ກ່ຽວກັບການຍົກເລີກ ແລະ ມາດຕະການຜ່ອນຜັນຕ່າງໆ ຫຼັງວັນທີ 3…

