ລັດຈະຊ່ວຍເຫຼືອຜູ້ປະກອບການທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19
ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຮ່ວມກັບພາກສ່ວນທຸລະກິດຈັດກອງປະຊຸມເພື່ອປະເມີນຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ທີ່ມີຕໍ່ບໍລິສັດທ່ອງທ່ຽວ, ໂຮງແຮມ ແລະ ຮ້ານອາຫານ. ທ່ານ ສູນ ມະນີວົງ ຫົວໜ້າກົມພັດທະນາການທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ນັກຂ່າວວຽງຈັນທາຍວ່າ: ປະຈຸບັນທາງພາກລັດແມ່ນກຳລັງປະເມີນຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ແລະ ກຳລັງສັງລວມຂໍ້ມູນເພື່ອເລັ່ງຊ່ວຍເຫຼືອຜູ້ປະກອບການທີ່ຖືກຜົນກະທົບ ເຊິ່ງລາຍລະອຽດຈະຖືກລາຍງານອີກເທື່ອໜື່ງໃນໄວໆນີ້.…

