ມ່ວນແນ່ນອນ! ຫຼາຍພາກສ່ວນຄັດເລືອກນັກກິລາໃສ່ຊຽງ ຂວາງເກມ
ປະຈຸບັນຫຼາຍພາກສ່ວນແມ່ນກຳລັງກະກຽມຝຶກຊ້ອມ ແລະ ຄັດເລືອກເອົານັກກິລາແຕ່ ລະປະເພດທີ່ດີທີ່ສຸດເພື່ອເປັນຕົວແທນໃຫ້ ແກ່ແຂວງແລະອົງການຂອງຕົນໄປແຂ່ງຂັນຢູ່ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ທີ່ຈະຈັດຂຶ້ນຢູ່ແຂວງ ຊຽງຂວາງ ໃນທ້າຍ ເດືອນມີນາ ປີ 2020. ແຕ່ລະແຂວງແລະອົງການເຫຼົ່ານີ້ກໍ່ໄດ້ຕັ້ງເປົ້າສູ້ຊົນເພື່ອຈະຍາດເອົາຫຼຽນຄຳໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເອົາໄດ້ຕາມຄວາມສາມາດຂອງນັກກິລາທີ່ໄດ້ຄັດເລືອກໄປ. ເມື່ອຄືແນວນັ້ນຈຶ່ງຄາດຫວັງວ່າຊຽງຂວາງ ເກມຈະມີຄວາມສະໜຸກສະໜານທີ່ສຸດໃນ ການ ແຂ່ງຂັນຊິງໄຊເອົາຫຼຽນຄຳ…

