ນະຄອນຫຼວງວຽງຈັນ, ວັນທີ 27 ມັງກອນ 2026 – ສາຍການບິນ Vietjet ມອບສ່ວນຫຼຸດສູງສຸດເຖິງ 30% ສໍາລັບປີ້ຍົນປະເພດ Deluxe ຕັ້ງແຕ່ວັນທີ 27 ຫາ 29 ມັງກອນ 2026, ເພື່ອເຊື້ອເຊີນນັກທ່ອງທ່ຽວຈາກລາວໃຫ້ເລີ່ມຕົ້ນການເດີນທາງຜະຈົນໄພຢູ່ຫວຽດນາມໃນປີ 2026. ດ້ວຍຖ້ຽວບິນໂດຍກົງຂອງ Vietjet ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ຮ່າໂນ້ຍ/ໂຮ່ຈີມິນ ພ້ອມທັງເຄືອຂ່າຍຖ້ຽວບິນທີ່ພວມຂະຫຍາຍຕົວໃນທົ່ວອາຊີ-ປາຊີຟິກ, ໂປຣໂມຊັນທີ່ມີກຳນົດເວລານີ້ແມ່ນໂອກາດທີ່ບໍ່ຄວນພາດໃນການວາງແຜນລ່ວງໜ້າ ແລະ ເພີດເພີນກັບຄວາມຄຸ້ມຄ່າໃນການເດີນທາງຕະຫຼອດປີ 2026.

ເລີ່ມແຕ່ເວລາ 00:00 ຂອງວັນທີ 27 ມັງກອນ ຫາ 23:00 ຂອງວັນທີ 29 ມັງກອນ 2026 (GMT+7).ນັກທ່ອງທ່ຽວທີ່ຈອງປີ້ປະເພດ Deluxe ແລະ ນຳໃຊ້ໂປຣໂມຊັນດວ້ຍລະຫັດສ່ວນຫຼຸດ DLXVJ ຜ່ານທາງເວັບໄຊ www.vietjetair.com ຫຼື ແອັບພລິເຄຊັນ Vietjet Air ຮັບສ່ວນຫຼຸດ 30% ຂອງລາຄາປີ້ພື້ນຖານ (ບໍ່ລວມພາສີ ແລະ ຄ່າທໍານຽມ). ນຳໃຊ້ໄດ້ກັບທຸກເສັ້ນທາງພາຍໃນ ແລະ ຕ່າງປະເທດຂອງ Vietjet.ໄລຍະເວລາເດີນທາງ: ຕັ້ງແຕ່ວັນທີ 1 ກຸມພາ ຫາ 31 ທັນວາ 2026 (ໄລຍະເວລາເດີນທາງອາດແຕກຕ່າງກັນໄປຕາມແຕ່ລະເສັ້ນທາງ, ມີມື້ຫ້າມໃຊ້ (blackout dates) ແລະ ບໍ່ລວມວັນພັກທາງການ).
ປີ້ປະເພດ Deluxe ຂອງ Vietjet ຖືກອອກແບບມາເພື່ອໃຫ້ຜູ້ໂດຍສານມີປະສົບການການເດີນທາງທີ່ສະດວກສະບາຍ ແລະ ຢືດຢຸ່ນ, ເຊິ່ງລວມມີ: ນ້ຳໜັກກະເປົາຝາກສູງສຸດ 20 ກິໂລ, ເລືອກບ່ອນນັ່ງໄດ້ຟຣີ, ປ່ຽນແປງກຳນົດການເດີນທາງໄດ້ຟຣີ ແລະ ສິດທິປະໂຫຍດອື່ນໆ (ພາຍໃຕ້ເງື່ອນໄຂທີ່ກຳນົດ).
ລະດູໃບໄມ້ປົ່ງແມ່ນ ໜຶ່ງໃນຊ່ວງເວລາທີ່ໜ້າດຶງດູດທີ່ສຸດໃນການໄປທ່ຽວຫວຽດນາມ ດ້ວຍອາກາດທີ່ສົດຊື່ນ ແລະ ບັນຍາກາດງານບຸນຕ່າງໆທົ່ວປະເທດ. ບໍ່ວ່າຈະເປັນການສະຫຼອງທາງວັດທະນະທຳໃນຊ່ວງເດືອນບຸນກຸດຈີນ ໄປຈົນເຖິງການສຳຫຼວດພູມສັນຖານທີ່ຫຼາກຫຼາຍ, ຕົວເມືອງທີ່ຄຶກຄັກ, ມໍລະດົກອັນລ້ຳຄ່າ ແລະ ອາຫານທີ່ມີຊື່ສຽງ, ລະດູນີ້ນັບວ່າເປັນຊ່ວງເວລາທີ່ເໝາະສົມທີ່ສຸດສຳລັບການສ້າງປະສົບການການເດີນທາງທີ່ໜ້າຈົດຈຳ.
ຕັ້ງແຕ່ການພັກຜ່ອນຢ່ອນໃຈໃນລະດູໃບໄມ້ປົ່ງ ໄປຈົນເຖິງການທ່ອງທ່ຽວທາງວັດທະນະທຳ ແລະ ການພັກຜ່ອນໃນວັນຢຸດຍາວ, Vietjet ມີທາງເລືອກຖ້ຽວບິນທີ່ສະດວກສະບາຍ ເພື່ອຊ່ວຍໃຫ້ນັກທ່ອງທ່ຽວໄດ້ຮັບປະສົບການຢ່າງເຕັມທີ່ໃນທຸກການເດີນທາງສູ່ຫວຽດນາມ
ຢູ່ເທິງເຮືອບິນ, ຜູ້ໂດຍສານສາມາດເພີດເພີນກັບອາຫານຮ້ອນທີ່ຄັດສັນມາຢ່າງດີ, ລວມມີອາຫານພື້ນເມືອງຂອງຫວຽດນາມ ແລະ ອາຫານສາກົນ, ໃຫ້ບໍລິການໂດຍພະນັກງານມືອາຊີບ ເທິງຍົນທີ່ທັນສະໄໝ ແລະ ປະຢັດນ້ຳມັນ. ສະມາຊິກຂອງໂຄງການ SkyJoy ຍັງສາມາດສະສົມ ແລະ ໃຊ້ຄະແນນໃນຫຼາຍກວ່າ 250 ຍີ່ຫໍ້ຄູ່ຮ່ວມງານ ທັງດ້ານການເດີນທາງ, ອາຫານ, ການຊື້ເຄື່ອງ ແລະ ການບໍລິການຕ່າງໆ.

