ຢູມັນນີ ຮ່ວມມືກັບ ການບິນລາວ ເປີດມິຕິໃໝ່ແຫ່ງການຊຳລະເງິນ ສໍາລັບຂະແໜງການບິນລາວ

ຢູມັນນີ ຮ່ວມມືກັບ ການບິນລາວ ເປີດມິຕິໃໝ່ແຫ່ງການຊຳລະເງິນ ສໍາລັບຂະແໜງການບິນລາວ

ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ (Umoney) ແລະ ລັດວິສາຫະກິດ ການບິນລາວ (Lao Airlines) ຮ່ວມ​ມືກັນ ເປີດນໍາໃຊ້ລະບົບປະຕູຊໍາລະເງິນ ​ທີ່​ທັນ​ສະ​ໄໝ (Payment Gateway) ຢ່າງເປັນທາງການ ເພື່ອ​ອຳ​ນວຍ​ຄວາມ​ສ​ະ​ດວກ ​ໃຫ້​ແກ່​ລູກ​ຄ້າ ໃນ​ການ​ຈອງ ແລະ ຊຳ​ລະ​ຄ່າ​ປີ້​ເຮືອ​ບິນ.

​ທຸກໆ​ທ່ານ ທີ່ນໍາໃຊ້ ຢູມັນນີ ຫຼື ບັນຊີຂອງທະນາຄານອື່ນໆ ກໍ່ສາມາດຊື້ປີ້ເຮືອບິນ ຂອງສາຍການບິນລາວ ໄດ້ ໂດຍຜ່ານແອັບພລິເຄຊັນ ແລະ ເວັບໄຊ ຂອງສາຍການບິນລາວໄດ້ຢ່າງສະດວກ, ວ່ອງໄວ ແລະ ປອດໄພ.

ທັງ​ສອງ​ຝ່າຍ​ໄດ້​ເຊັນ​ສັນ​ຍາຮ່ວມ​ມື​ ໃນວັນທີ 13 ມັງກອນ 2026 ທີ່ ສໍານັກງານໃຫຍ່ ຢູນີເທວ. ຕາງໜ້າລົງ​ນາມ​ການ​ຮ່ວມ​ມືໃນຄັ້ງນີ້ແມ່ນ ທ່ານ ຮາ ຈຽນ ຖັງ ຜູ້ອໍານວຍການ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ແລະ ທ່ານ ສິດທິເດດ ດວງສິດທິ ຮອງຜູ້ອໍານວຍການ ລັດວິສາຫະກິດ ການບິນລາວ.

ການ​ເຊັນ​ສັນ​ຍາ​ດັ່ງ​ກ່າວ ບໍ່ພຽງແຕ່ເປັນການຮ່ວມມືທາງທຸລະກິດເທົ່ານັ້ນ ແຕ່ຍັງຖືເປັນບາດກ້າວສຳຄັນທາງປະຫວັດສາດ ຂ້າມຂີດຈໍາກັດທາງດ້ານການຊໍາລະ ເພາະເປັນຄັ້ງທໍາອິດທີ່ຜູ້ຊົມໃຊ້ Umoney ແລະ ທຸກແອັບພລິເຄຊັ່ນທະນາຄານໃນລາວ ສາມາດ ຊຳລະຄ່າປີ້ເຮືອບິນຜ່ານລະບົບດີຈີຕອນຢ່າງເຕັມ ຮູບແບບ.

ສາຍການບິນລາວແອລາຍ ເປັນສາຍການບິນແຫ່ງຊາດ ແລະ ເປັນຜູ້ໃຫ້ບໍລິການການບິນທີ່ໃຫຍ່ທີ່ສຸດໃນປະເທດລາວ ປັດຈຸບັນໄດ້ໃຫ້ບໍລິການເສັ້ນທາງບິນທັງພາຍໃນ ແລະ ຕ່າງປະເທດ ໂດຍ ມີ​ເປົ້າ​ໝາຍສ້າງປະສົບການການເດີນທາງທີ່ດີທີ່ສຸດໃຫ້ແກ່ຜູ້ໂດຍສານດ້ວຍມາດຕະຖານການບໍລິການທີ່ທຽບເທົ່າກັບສາຍການບິນຊັ້ນນຳລະດັບສາກົນ ພ້ອມທັງຊ່ວຍເຊື່ອມໂຍງການຄົມມະນາຄົມໄປຍັງເຂດຫ່າງໄກສອກຫຼີກ ໃຫ້ມີຄວາມສະດວກສະບາຍຍິ່ງຂຶ້ນ.

Umoney ຫວັງຢ່າງຍິ່ງວ່າ ຈະຊ່ວຍໃຫ້ລູກຄ້າຂອງ ລາວ​ແອ​ລາຍ ກໍ່ຄືຄົນລາວທົ່ວປະເທດ ເຂົ້າ​ເຖິງ​ການ​ບໍ​ລິ​ການ ຊຳລະເງິນທີ່ງ່າຍດາຍ ແລະ ທັນສະໄໝຍິ່ງຂຶ້ນ. ນັບຕໍ່ຈາກນີ້ໄປ ລູກຄ້າທຸກໆທ່ານທີ່ມີບັນຊີ Umoney ຫຼື ບັນຊີທະນາຄານອື່ນໆ ກໍ່ສາມາດດຳເນີນການຈອງ ແລະ ຊຳລະຄ່າປີ້ເຮືອບິນໄດ້ທັນທີ ເຊິ່ງຊ່ວຍເພີ່ມປະສິດທິພາບໃນການວາງແຜນການເດີນທາງ ແລະ ຕອບສະໜອງຄວາມຕ້ອງການຂອງລູກຄ້າໄດ້ຢ່າງຄົບຖ້ວນ.

Umoney – ເພື່ອນຄູ່ໃຈໃນທຸກການເດີນທາງຂອງທ່ານ. 

Related Articles

Leave a Reply