ລັດຖະບານຈະໃຊ້ມາດຕະການທີ່ເດັດຂາດ ແລະ ເຂັ້ມງວດໃນການສະກັດກັ້ນການລັກລອບຂຸດຄົ້ນແຮ່ຄຳຕົກຂ້ອນ

ລັດຖະບານຈະໃຊ້ມາດຕະການທີ່ເດັດຂາດ ແລະ ເຂັ້ມງວດໃນການສະກັດກັ້ນການລັກລອບຂຸດຄົ້ນແຮ່ຄຳຕົກຂ້ອນ

ແຜນງານໃນເດືອນພະຈິກ 2026, ລັດຖະບານຈະສືບຕໍ່ແກ້ໄຂຫຼາຍວຽກງານທີ່ສຳຄັນໂດຍສະເພາະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ ບັນຫາການກໍ່ອາຊະຍາກໍາທາງໄຊເບີ (ສະແກມເມີ), ບັນຫາຢາເສບຕິດ, ການປຸ້ນຈີ້ຊີງຊັບ-ຂີ້ລັກງັດແງະ, ການລັກລອບຂຸດຄົ້ນແຮ່ຄຳຕົກຂ້ອນ ໂດຍນຳໃຊ້ມາດຕະການທີ່ເດັດຂາດ ແລະ ເຂັ້ມງວດ. ວຽກງານປັບປຸງກົນໄກການເຮັດວຽກ, ຜັນຂະຫຍາຍຜົນກອງປະຊຸມ ແລະ ກະກຽມກອງປະຊຸມ: ສືບຕໍ່ປັບປຸງລະບຽບ ແລະ ກົນໄກການເຮັດວຽກ ຂອງລັດຖະບານຊຸດທີ X ຕາມທີ່ກອງປະຊຸມນາຍົກ- ຮອງນາຍົກລັດຖະມົນຕີ ໄດ້ຊີ້ນຳ, ສຸມໃສ່ຜັນຂະຫຍາຍມະຕິກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງ ຊາດ ຊຸດທີ X ໃຫ້ເປັນແຜນລະອຽດ; ຍົກສູງຄວາມຮັບ ຜິດຊອບ ແລະ ເລັ່ງປະຕິບັດມະຕິ, ຄຳສັ່ງ ແລະ ແຈ້ງການ ຂອງຂັ້ນເທິງ ບໍ່ໃຫ້ຊັກຊ້າ, ພ້ອມທັງ ສຸມໃສ່ກະກຽມເນື້ອໃນ ທີ່ຈະລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ.

ວຽກງານການເກັບລາຍຮັບ ແລະ ງົບປະມານ: ເອົາໃຈໃສ່ເກັບລາຍຮັບຈາກແຫຼ່ງທີ່ມີໃຫ້ຄົບຖ້ວນ, ຄຸ້ມຄອງລາຍ ຈ່າຍໃຫ້ມີປະສິດທິພາບ, ອັດຊ່ອງວ່າງການຮົ່ວໄຫຼລາຍຮັບ, ເລັ່ງທວງໜີ້ຄ້າງມອບທຸກປະເພດ ແລະ ສຸມໃສ່ລົງຊ່ວຍແຂວງທີ່ມີຄວາມສ່ຽງ ຈະບໍ່ບັນລຸຕາມແຜນ.

ວຽກງານກໍ່ສ້າງ ແລະ ສ້ອມແປງເສັ້ນທາງ: ໃຫ້ກະ ຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນກຳນົດແຜນກໍ່ ສ້າງ ແລະ ປັບປຸງເສັ້ນທາງ, ແລ້ວຈັດລຽງບຸລິມະສິດໃຫ້ລະອຽດ ຄືດັ່ງໄດ້ຊີ້ນຳແລ້ວ;ເລັ່ງດໍາເນີນຂັ້ນຕອນຮັບຮອງແບບກໍ່ສ້າງ ແລະ ມູນຄ່າກໍ່ສ້າງເສັ້ນທາງ ທີ່ລົງທຶນແບບ OPBRC ໃຫ້ໄວ ເພື່ອໃຫ້ໄດ້ລົງມືກໍ່ສ້າງໄດ້ໄວ.

ວຽກງານກະສິກຳ ແລະ ຜະລິດສິນຄ້າ: ສົ່ງເສີມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການຜະລິດສິນຄ້າ ເພື່ອສົ່ງອອກ ໃຫ້ເພີ່ມຂຶ້ນ; ສຸມໃສ່ການຜະລິດລະດູແລ້ງ ທົດແທນຜົນເສຍຫາຍຈາກໄພພິບັດ ເປັນຕົ້ນ ປັບປຸງລະບົບຊົນລະປະທານ ແລະ ການສະໜອງແນວພັນ.ວຽກງານສາ ທາລະນະສຸກ: ສືບຕໍ່ເຝົ້າລະວັງ ແລະ ປ້ອງກັນການລະ ບາດຂອງພະຍາດຕາມລະດູການ.

ວຽກງານການຕ່າງປະເທດ: ກະກຽມຄວາມພ້ອມດ້ານຕ່າງໆ ໃນການເຄື່ອນໄຫວການຕ່າງປະເທດ ຂອງການນຳຂັ້ນສູງ ເປັນຕົ້ນ ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນກາງເດືອນພະຈິກ 2026 ທີ່ມະນີລາ, ປະເທດຟິລິບປິນ, ກອງປະຊຸມສຸດຍອດ CLMV ຄັ້ງທີ 12 ແລະ ກອງປະຊຸມສຸດຍອດ ACMES ຄັ້ງທີ 11 ຢູ່ ສສ ຫວຽດນາມ ໃນທ້າຍເດືອນພະຈິກ 2026.

ວຽກງານທີ່ສຳຄັນທີ່ກ່າວມາຂ້າງເທິງນັ້ນໄດ້ຕົກລົງ ແລະ ປືກສາຫາລືທີ່ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ຕຸລາ 2026 ທີ່ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 22 ຕຸລາ ແລະ ອັດລົງໃນຕອນແລງຂອງວັນທີ 23 ຕຸລາ 2026 ທີ່ສຳນັກງານນາຍົກລັດຖະ ມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ.

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ແລະ ການນຳບັນ ດາທ້ອງຖິ່ນ ນໍາເອົາແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2026 ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໃຫ້ລະ ອຽດ,ມີການແບ່ງຄວາມຮັບຜິດຊອບ ໃຫ້ສອດຄ່ອງກັບສະ ພາບຄວາມເປັນຈິງ ຂອງການຈັດຕັ້ງແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດທີ່ຊັດເຈນ.

ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ

Related Articles