ໃນວັນທີ 21-23 ກັນຍາ 2025, ຄະນະຜູ້ແທນຈາກສານປະຊາຊົນສູງສຸດ (ສປສສ) ແຫ່ງ ສປປ ລາວ ນຳໂດຍ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມກົດໝາຍສາກົນພາກພື້ນອາຊີ-ປາຊີຟິກ ຄັ້ງທີ XIII ທີ່ນະຄອນເຊັນປີເຕີສເບີກ ສ ຣັດເຊຍ
ໃນໂອກາດນີ້, ຄະນະຜູ້ແທນສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມພົບປະກັບສານສູງສຸດ ແຫ່ງ ສ ຣັດເຊຍ ເພື່ອຜັນຂະຫຍາຍການພົວພັນຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງລັດຖະບານ, ສະພາແຫ່ງຊາດ, ອົງການຈັດຕັ້ງລັດໃນຂົງເຂດຕ່າງໆຂອງລາວ-ຣັດເຊຍ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ, ການພົບປະສອງຝ່າຍຄັ້ງນີ້ ຖືເປັນຂີດໝາຍສຳຄັນໃນການເສີມສ້າງສາຍພົວພັນລະຫວ່າງ ອົງການຕຸລາການຂອງ ລາວ-ຣັດເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ ພາຍໃຕ້ບັນຍາກາດແຫ່ງການສະເຫຼີມສະຫຼອງ ສາຍພົວພັນການທູດລະຫວ່າງ ລາວ-ຣັດເຊຍ ຄົບຮອບ 65 ປີ ແລະ ຄົບຮອບ 60 ປີ ສ້າງຕັ້ງສະມາຄົມມິດຕະພາບ ລາວ-ຣັດເຊຍ, ຣັດເຊຍ-ລາວ.
ການປຶກສາຫາລື ລະຫວ່າງຄະນະຜູ້ແທນສອງຝ່າຍ ດຳເນີນໄປດ້ວຍບັນຍາກາດທີ່ສະໜິດສະໜົມ, ມິດຕະພາບ ແລະ ເຕັມໄປດ້ວຍຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ເຖິງຄວາມຈຳເປັນໃນການຮ່ວມມືເຊິ່ງກັນ ແລະ ກັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງ ກໍຄື ພະນັກງານ-ຜູ້ພິພາກສາ ໃນການບໍລິຫານສານ ແລະ ບໍລິຫານຄະດີ ໃຫ້ມີຄຸນນະພາບໃໝ່. ຜ່ານການປຶກສາຫາລືຢ່າງກົງໄປກົງມາ, ທັງສອງຝ່າຍ ໄດ້ບັນລຸຄວາມເຂົ້າໃຈ ແລະ ຕົກລົງເອກະພາບໃນບາງປະເດັນ ຄື: ທັງສອງຝ່າຍ ມີຄວາມຍິນດີສືບຕໍ່ປະສານງານ ເພື່ອສາມາດລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານຕຸລາການ ລະຫວ່າງ ລາວ-ຣັດເຊຍ ສະບັບທຳອິດ ໃນອະນາຄົດ ເພື່ອເປັນພື້ນຖານໃຫ້ແກ່ການເສີມສ້າງສາຍພົວພັນເຊິ່ງກັນ ແລະ ກັນ ທີ່ມີມາດົນນານແລ້ວ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ; ທັງສອງຝ່າຍມີຄວາມສົນໃຈໃນການແລກປ່ຽນບົດຮຽນ ໃນດ້ານການບໍລິຫານສານ ໂດຍສະເພາະແມ່ນການຄຸ້ມຄອງສຳນວນຄະດີແພ່ງ ຕາມກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ບົດບາດຂອງສານປະຊາຊົນສູງສຸດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທຳມະນູນ; ການຝຶກອົບຮົມໄລຍະສັ້ນ ໃຫ້ຜູ້ພິພາກສາ ໃນຫົວຂໍ້ການແກ້ໄຂຄະດີກ່ຽວກັບດ້ານການຄ້າ, ທະນາຄານ ແລະ ການຕັດສິນລົ້ມລະລາຍຂອງວິສາຫະກິດ; ການຍົກລະດັບການສຶກສາໃນລະດັບມະຫາວິທະຍາໄລ(ປະລິນຍາ).
ໃນການພົບປະຄັ້ງນີ້, ທ່ານປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ເຊື້ອເຊີນ ປະທານສານສູງສຸດ ແຫ່ງ ສ ຣັດເຊຍ ພິຈາລະນາເດີນທາງໄປຢ້ຽມຢາມ ສປປ ລາວ ເພື່ອປຶກສາຫາລື ແລະ ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນ.
ຂ່າວຈາກ: ສປສສ