ສປປ ລາວ ແລະ ສະທາລະນະລັດເກົາຫຼີ ໄດ້ມີການຕົກລົງຮ່ວມມືກັນມື້ນີ້ 05/09/2019 ທີ່ນະຄອນຫຼວງວຽງຈັນ ໃນ 4 ຂົງເຂດຄື: ຂົງເຂດ ICT, ອຸດສາຫະກຳ ແລະ ການຄ້າ, ກະສິກຳ ແລະ ການພັດທະນາເສດຖະກິດ.
ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ມູນ ແຈ ອິນ, ປະທານາທິບໍດີ ແຫ່ງ ສ. ເກົາຫຼີ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ໃນລະຫວ່າງວັນທີ 05-06 ກັນຍາ 2019, ເພື່ອເສີມຂະຫຍາຍ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ຕະຫຼອດໄລຍະກວ່າສອງທົດສະວັດ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ ເພື່ອຜົນປະໂຫຍດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນສອງຊາດ ລາວ-ສ.ເກົາຫຼີ.
ໃນຕອນບ່າຍທີ່ຜ່ານມາທີ່ທຳນຽບປະທານປະເທດ ໄດ້ຈັດພິທີຕ້ອນຮັບ ທ່ານປະທານນາທິບໍດີ ມູນ ແຈ ອິນ ຢ່າງເປັນທາງການ ແລະ ສົມກຽດ ໂດຍມີ ທ່ານປະທານປະເທດ ບຸນຍັງ ວໍລະຈິດ ແລະ ບັນດາຜູ້ແທນຂັ້ນສູງຂອງລາວ ເຂົ້າຮ່ວມຢ່າງພ້ອມພຽງ.
ຈາກນັ້ນ ທ່ານ ບຸນຍັງ ວໍລະຈິດ ພ້ອມດ້ວຍການນຳຂັ້ນສູງຂອງລາວ ໄດ້ດຳເນີນການພົບປະສອງຝ່າຍກັບ ທ່ານ ມູນ ແຈ ອິນ ແລະ ຄະນະຜູ້ແທນຂັ້ນສູງຂອງຝ່າຍ ສ.ເກົາຫຼີ, ເຊິ່ງໃນການພົບປະສອງຝ່າຍ ທ່ານປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານປະທານາທິບໍດີ ມູນ ແຈ ອິນ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ສ.ເກົາຫຼີ ເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດ ລາວ-ສ.ເກົາຫຼີ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ, ສອງຝ່າຍ ໄດ້ຕີລາຄາສູງ ແລະ ທົບທວນຄືນການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ພາຍຫຼັງທີ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນແຕ່ປີ 1995 ເປັນຕົ້ນມາ, ການພົວພັນຮ່ວມມືສອງຝ່າຍນັບມື້ໄດ້ຮັບການເສີມຂະຫຍາຍຢ່າງກວ້າງອອກ, ໄດ້ມີການແລກປ່ຽນການຢ້ຽມຢາມລະຫວ່າງການນຳຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ, ຊຶ່ງໃນປີ 2020 ທີ່ຈະມາເຖິງນີ້ ເປັນປີທີ່ມີຄວາມໝາຍສໍາຄັນ ໂດຍສອງຝ່າຍຈະໄດ້ຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ຄົບຮອບ 25 ປີ.
ສອງຝ່າຍ ໄດ້ສະແດງຄວາມຢືນຢັນທີ່ຈະສືບຕໍ່ ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງ ປະເທດ ເພື່ອໃຫ້ມີບາດກ້າວອັນໃໝ່ໃນ ອະນາ ຄົດ, ສືບຕໍ່ຊຸກຍູ້ເສີມຂະຫຍາຍການຮ່ວມມືໃນ ຂະແໜງການຕ່າງໆ ເປັນຕົ້ນແມ່ນ ການແລກປ່ຽນການຢ້ຽມຢາມສອງຝ່າຍ, ການຮ່ວມມືດ້ານການເມືອງ, ການທູດ, ການຄ້າ-ການລົງທຶນ, ດ້ານກະສິກຳ, ດ້ານພະລັງງານ, ການພັດທະນາ ພື້ນຖານໂຄງລ່າງ, ດ້ານນະວັດຕະກຳ, ດ້ານການທ່ອງທ່ຽວ, ດ້ານສາທາລະນະສຸກ, ດ້ານແຮງງານ, ການພັດທະນາຊົນນະບົດ ກໍ່ຄືການຮ່ວມມື ເພື່ອການພັດທະນາ ແລະ ອື່ນໆ.
ປະຈຸບັນ ການລົງທຶນຂອງ ສ.ເກົາຫຼີ ໄດ້ຈັດຢູ່ໃນອັນດັບທີ 5 ຂອງການລົງທຶນ ຕ່າງປະເທດຢູ່ ສປປ ລາວ, ລວມມູນຄ່າຫຼາຍ ກວ່າ 750 ລ້ານໂດລາສະຫະລັດ, ໃນນັ້ນ ໂຄງການໃຫຍ່ທີ່ພົ້ນເດັ່ນຄື: ໂຄງການເຂື່ອນ ໄຟຟ້າເຊປຽນ-ເຊນໍ້ານ້ອຍ, ໂຄງການປູກໄມ້ວິກ ແລະ ສ້າງຕັ້ງໂຮງງານປຸງແຕ່ງໄມ້ ແລະ ອື່ນໆ.
ພ້ອມດຽວກັນນີ້, ສອງຝ່າຍ ຕ່າງກໍ່ໄດ້ແຈ້ງ ໃຫ້ກັນຊາບກ່ຽວກັບ ສະພາບການພັດ ທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ, ຊຶ່ງ ສ.ເກົາຫຼີ ໄດ້ໃຊ້ເວລາໄລຍະ 50-60 ປີຜ່ານ ມາ ໃນການພັດທະນາ ໃຫ້ກາຍເປັນປະເທດ ທີ່ມີລາຍຮັບສູງ, ທັນສະໄໝ ແລະ ຈະເລີນຮຸ່ງ ເຮືອງ; ໃນຂະນະທີ່ ສປປ ລາວ ກຳລັງສູ້ຊົນ ເພື່ອລົບລ້າງຄວາມທຸກຍາກ ແລະ ບັນລຸເປົ້າ ໝາຍໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍ ພັດທະນາໃນອະນາຄົດ. ນອກນັ້ນ, ຜູ້ນຳສອງ ຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ການຮ່ວມ ມືໃນຂອບພາກພື້ນ ແລະ ສາກົນ ໂດຍສະເພາະ ແມ່ນ ການຮ່ວມມືອາຊຽນ – ສ. ເກົາຫຼີ ແລະ ການຮ່ວມມືແມ່ນໍ້າຂອງ-ສ.ເກົາຫຼີ.
ພາຍຫຼັງພົບປະສອງຝ່າຍ, ຜູ້ນໍາຂອງສອງປະເທດ ກໍ່ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມ ເອກະສານການຮ່ວມມື 4 ສະບັບໃນຂົງເຂດ ICT, ອຸດສາຫະກຳ ແລະ ການຄ້າ, ກະສິກຳ ແລະ ການພັດທະນາເສດຖະກິດ.
ໃນຕອນບ່າຍຂອງວັນດຽວກັນ, ພະນະທ່ານ ມູນ ແຈ ອິນ ພ້ອມດ້ວຍຄະນະ ກໍ່ໄດ້ພົບປະສອງ ຝ່າຍກັບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.
ສອງຝ່າຍ ໄດ້ມີການປຶກສາຫາລືໂດຍໄດ້ລົງເລິກ ໃນຂະແໜງການຮ່ວມມືສອງຝ່າຍຮອບດ້ານ ໃນໄລຍະ 2 ທົດສະວັດທີ່ຜ່ານມາ ແລະ ສືບຕໍ່ ປຶກສາຫາລືກ່ຽວກັບ ການຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນ ບັນດາໂຄງການຮ່ວມມືເພື່ອ ການພັດທະນາ: ການຮ່ວມມືທາງດ້ານ ການພັດທະນາຊົນນະບົດ, ການແພດ, ເຕັກໂນໂລຊີ, ພະລັງງານ, ການກໍ່ສ້າງພື້ນ ຖານໂຄງລ່າງ, ສືບຕໍ່ໂຄງການປ້ອງກັນ ຕະຝັ່ງເຈື່ອນ ແລະ ພັດທະນາແຄມຂອງ, ການບໍລິຫານນໍ້າ ແລະ ອື່ນໆ.
ສອງຝ່າຍ ເຫັນດີສືບຕໍ່ເພີ່ມທະວີແລກປ່ຽນການ ຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ, ຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ ກັນລະຫວ່າງປະຊາຊົນສອງຊາດ ລາວ- ສ.ເກົາຫຼີ ໃຫ້ຫຼາຍຂຶ້ນ.
ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄຳ ຄິດຄຳເຫັນຕໍ່ບັນຫາໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ນອກຈາກເຄື່ອນໄຫວພົບປະກັບການນໍາຂັ້ນສູງ ຂອງ ສປປ ລາວ ແລ້ວ, ພະນະທ່ານ ປະທານາທິບໍດີ ມູນ ແຈ ອິນ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຮ່ວມພິທີວາງພວງມະລາ ທີ່ອານຸສາວະລີນັກຮົບນິລະນາມ ແລະ ປູກຕົ້ນໄມ້ຮ່ວມກັບ ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ທີ່ໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ເພື່ອເປັນທີ່ລະນຶກ.
ຂ່າວ: ວຽງຈັນທາຍ
ພາບ: ຄຳພັນ
