ຄະນະເລຂາທິການສະພາແຫ່ງຊາດໄດ້ຈັດພິທີຖະແຫຼງຂ່າວ ການກຽມດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ຂຶ້ນໃນວັນທີ 30/102019 ທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດ (ຫຼັກ 6).
ກອງປະຊຸມສະໄໝສາມັນຄັ້ງນີ້ ຈະໄດ້ໄຂຂຶ້ນໃນ ວັນທີ 07/11/2019-06/12/2019 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6), ນະຄອນຫຼວງວຽງຈັນ ຊຶ່ງຈະໃຊ້ເວລາດໍາ ເນີນກອງປະຊຸມທັງໝົດ 20 ວັນ ບໍ່ລວມວັນພັກລັດຖະການ.
ທ່ານນາງ ສວນສະຫວັນ ວິຍະເກດ ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ກ່າວວ່າ: ກອງປະຊຸມຄັ້ງນີ້ຈະ ໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຕົກລົງຮັບຮອງບັນ ຫາສຳຄັນຕ່າງໆດັ່ງນີ້: 1. ວຽກງານຂອງລັດຖະບານ ຈະພິຈາ ລະນາ, ຮັບຮອງເອົາການແຕ່ງຕັ້ງບຸກຄະລາກອນ ຕາມການສະ ເໜີຂອງລັດຖະບານ, ບົດລາຍງານຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ ປະຈໍາປີ 2019 ແລະ ທິດທາງແຜນວຽກຈຸດສຸມປະຈໍາປີ 2020 ຂອງລັດຖະບານ, ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂສະພາບຄວາມຫຍຸ້ງ ຍາກ ທາງດ້ານເສດຖະກິດມະຫາພາກ ແລະ ຜົນກະທົບຈາກ ອຸທົກກະໄພ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈໍາປີ 2019 ແລະ ທິດທາງແຜນການປະຈໍາປີ 2020. ນອກຈາກນັ້ນຍັງມີ ວຽກງານຂອງອົງການກວດສອບແຫ່ງລັດ, ວຽກງານຂອງອົງການກວດກາລັດຖະບານ, ການລາຍງານຂອງ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ແລະ ກໍາມາທິການສະພາ ແຫ່ງຊາດ, ວຽກລາຍງານຂອງອົງການໄອຍະການປະຊາຊົນສູງ ສຸດ ແລະ ສານປະຊາຊົນສູງສຸດ,
ວຽກງານຂອງສະພາແຫ່ງຊາດ, ວຽກງານພິຈາລະນາ, ຮັບຮອງ ເອົາການສ້າງ ແລະ ປັບປຸງກົດໝາຍຈໍານວນ 8 ສະບັບ ແລະ ຮ່າງກົດໝາຍສ້າງໃໝ່ ຈຳນວນ 2 ສະບັບ ພ້ອມທັງຮ່າງກົດໝາຍ ປັບປຸງ 6 ສະບັບ.
ນອກຈາກນີ້, ໃນໄລຍະດຳເນີນກອງປະຊຸມສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດຍັງຈະໄດ້ຈັດຕັ້ງໜ່ວຍງານ ຮັບຜິດຊອບໂທລະສັບສາຍດ່ວນເພື່ອຮັບເອົາຄຳຄິດຄຳເຫັນແລະຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຫາກອງປະຊຸມ. ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງ ປະຊຸມໄດ້ດັ່ງນີ້: ໂທລະສັບບໍ່ເສຍຄ່າໝາຍເລກ 156, ໂທລະສານ ໝາຍເລກ 021 413528, ສົ່ງເປັນຈົດໝາຍທາງໄປສະນີຕູ້ປນ. 662 ແລະ ສົ່ງອີເມວ: na_session@na.gov.la.
ຂ່າວ-ພາບ: ວຽງຈັນທາຍ