ການກໍ່ສ້າງຂົວນໍ້າງື່ມ ເຂດບ້ານພຽງຫຼວງ ເມືອງພູກູດ ແຂວງຊຽງຂວາງ ຊຶ່ງເປັນໂຄງການກໍ່ສ້າງຂົວໃໝ່ ເພື່ອປ່ຽນແທນຂົວເກົ່າ ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ 4 ຄາດວ່າຈະໃຫ້ສຳເລັດໃນເດຶອນກໍລະກົດ 2021 ນີ້.
ທ່ານ ລໍາມອນ ໂພຄາເພັດ ຫົວໜ້າທິມງານວິສະວະກອນທິ່ປຶກສາໂຄງການ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວນໍ້າງື່ມ ທີ່ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນພະຈິກ 2019 ນັ້ນ ມາຮອດປະຈຸບັນ ການກໍ່ສ້າງໄດ້ສໍາເລັັດໄປແລ້ວ ປະມານ 70% ຊຶ່ງຂົວດັ່ງກ່າວ ມີຄວາມຍາວທັງໝົດ 124, 85 ແມັດ ແລະ ກວ້າງ 8 ແມັດ ລວມມູນຄ່າການກໍ່ສ້າງ 20 ກວ່າຕື້ກີບ ໂດຍການຮັບເໝົາການກໍ່ສ້າງຂອງບໍລິສັດ ອໍາມະຕະລາວລ້ານຊ້າງ ຈໍາກັດ ແລະ ເຈົ້າຂອງໂຄງການແມ່ນລັດວິສາຫະກິດໄຟຟ້າລາວ.
ຂົວແຫ່ງນີ້ ຈະກາຍເປັນຈຸດຊົມວີວທິວທັດອີກແຫ່ງໜຶ່ງຂອງແຂວງຊຽງຂວາງ ແລະ ຈະສ້າງຄວາມສະດວກໃນການເດີນທາງໄປ-ມາ ໃຫ້ແກ່ປະຊາຊົນ ແຂວງຊຽງຂວາງ.
ຂ່າວ: ບູນມີ ແສງທຸມມີ


