ອີງຕາມການລາຍງານຈາກ 21 ກະ ຊວງ–ອົງການ, 17 ແຂວງ–ນະຄອນຫຼວງ ໄດ້ກວດກາທັງໝົດ 945 ເປົ້າໝາຍ, ໃນນີ້ ຕິດຕາມ, ກວດກາປົກກະຕິ 333 ເປົ້າໝາຍ, ສືບຕໍ່ຕິດຕາມ, ກວດກາໂຄງການລົງ ທຶນຂອງລັດເລີ່ມແຕ່ຫົວທີ 140 ໂຄງການ, ກວດກາຕາມຜົນການ ກວດສອບ 307 ເປົ້າໝາຍ. ຜ່ານການຕິດຕາມ, ກວດກາ ພົບເຫັນຜົນເສຍຫາຍທັງໝົດ 1.477,64 ຕື້ກີບ, 10,08 ລ້ານບາດ, 24,68 ລ້ານໂດລາ, ລົດໃຫຍ່ 5 ຄັນ, ເກັບກູ້ຄືນ 35,95 ຕື້ກີບ, 10 ລ້ານບາດ, 200.000 ໂດລາ ແລະ ລົດໃຫຍ່ 4 ຄັນ ໃນປີ 2019 ທີ່ຜ່ານມາ.
ຂໍ້ມູນດັ່ງກ່າວແມ່ນໄດ້ລາຍງານຢູ່ທີ່ກອງປະຊຸມວຽກງານກວດກາທົ່ວປະເທດປະຈໍາປີ 2019.
ທ່ານ ບຸນທອງ ຈິດມະນີ ກຳມະການ ກົມການເມືອງສູນກາງພັກ ເລຂາ ທິການສູນກາງພັກ ຮອງນາຍົກ ລັດຖະມົນຕີ ປະທານຄະນະກວດກາ ສູນກາງພັກ ປະທານອົງການກວດກາ ລັດຖະບານ ຫົວໜ້າອົງການຕ້ານການ ສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ກ່າວທີ່ ກອງປະຊຸມວຽກງານກວດກາທົ່ວປະ ເທດປະຈຳປີ 2019 ໄດ້ເປີດຂຶ້ນຢ່າງ ເປັນທາງການໃນວັນທີ 8 –10 ມັງກອນ ທີ່ຜ່ານມາ ທີ່ສະໂມສອນຄະນະກວດ ກາສູນກາງພັກ (ຫຼັກ6) ກ່ຽວກັບການ ກວດກາ ແລະ ສະກັດກັ້ນ-ຕ້ານການ ສໍ້ລາດບັງຫຼວງໂດຍມີບາງຕອນສຳຄັນວ່າ: ຢາກໃຫ້ທາງອົງການປົກຄອງ ຄະນະກວດກາ ພັກ–ອົງການກວດກາ ລັດ ເນັ້ນໜັກ ແລະ ເອົາໃຈໃສ່ຕື່ມ ຫຼາຍບັນຫາ ໂດຍສະເພາະແມ່ນການ ຕິດຕາມ–ກວດກາການຄຸ້ມຄອງບໍລິ ຫານລັດແຕ່ລະຂັ້ນແມ່ນໃຫ້ສຸມໃສ່ ບາງວຽກງານເຊັນ: ຢາກໃຫ້ຕິດຕາມ ກວດກາການປະຕິບັດພາລະບົດບາດ, ໜ້າທີ່, ການໃຊ້ສິດອຳນາດຂອງແຕ່ ລະຂະແໜງການ ແລະ ທ້ອງຖິ່ນ; ການປະຕິບັດມະຕິ, ຄຳສັ່ງ, ກົດໝາຍ, ດຳລັດ ແລະ ລະບຽບການຕ່າງໆ ຂອງລັດ, ຕິດຕາມ, ກວດກາການ ເກັບລາຍຮັບເຂົ້າງົບປະມານ, ການ ປະຕິບັດກົດໝາຍພາສີ–ອາກອນ, ກົດໝາຍງົບປະມານແລະອື່ນໆ, ການຄຸ້ມຄອງລາຍຈ່າຍຂອງກະຊວງ–ອົງການ ແລະ ທ້ອງຖິ່ນ ໃຫ້ຖືກຕາມ ເປົ້າໝາຍ ແລະ ຮັບປະກັນການປະຕິ ບັດນະໂຍບາຍປະຢັດແຫ່ງຊາດ, ສືບຕໍ່ຕິດຕາມ, ກວດກາລົງເລິກ ແລະ ສືບສວນ–ສອບສວນກ່ຽວກັບຄວາມ ຮັບຜິດຊອບຂອງການຈັດຕັ້ງ ແລະ ບຸກຄົນທີ່ພົວພັນເຖິງໂຄງການລົງທຶນ ຂອງລັດ ແລະ ການຊຳລະໜີ້ສິນແບບ ມີສ່ວນຫຼຸດ, ການຊຳລະເກີນ ແລະ ຊໍ້າຊ້ອນຢູ່ບັນດາແຂວງທີ່ຍັງຄ້າງປະຕິບັດ.
ທ່ານ ບຸນທອງ ໄດ້ກ່າວຕື່ມວ່າ: ສະເພາະໂຄງການລົງທຶນຂອງລັດຢາກໃຫ້ສືບຕໍ່ປະຕິບັດມາດຕະການກວດ ກາເລີ່ມແຕ່ຫົວທີ ເຊັ່ນ: ໂຄງການກໍ່ສ້າງທາງລົດໄຟລາວ–ຈີນ ແລະ ອື່ນໆເລີ່ມແຕ່ການປະມູນ, ການ ຈັດຊື້–ຈັດຈ້າງ ແລະ ຕະຫຼອດໄລຍະ ເວລາຂອງການປະຕິບັດໂຄງການໃຫ້ດຳເນີນໄປຖືກຕ້ອງຕາມສັນຍາແລະ ລະບຽບ-ກົດໝາຍ, ສືບຕໍ່ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະ ຕິບັດຄຳສັ່ງເລກທີ15/ນຍເປັນຕົ້ນການຄຸ້ມຄອງປ່າໄມ້ ແລະ ທຸລະກິດໄມ້, ການປະຕິບັດພັນທະໄມ້ ແລະ ບັນຫາອື່ນໆ ເປັນຕົ້ນຢູ່ດ່ານຕ່າງໆ ແລະ ຢູ່ຕາມລຽບຊາຍແດນ ເມື່ອພົບເຫັນຜູ້ລະເມີດຕ້ອງແກ້ໄຂ ຢ່າງເຂັ້ມງວດ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ
ແຟ້ມພາບ: ຄຳພັນ