Vientiane Times Lao
ກວດພົບ ແລະ ທຳລາຍລະເບີດ ບົມບີ້ -ລູກປືນຄົກ ຢູ່ສວນກາເຟ ບ້ານຫຼັກ 45 ເມືອງປາກຊ່ອງ

ກວດພົບ ແລະ ທຳລາຍລະເບີດ ບົມບີ້ -ລູກປືນຄົກ ຢູ່ສວນກາເຟ ບ້ານຫຼັກ 45 ເມືອງປາກຊ່ອງ

ອົງການຊ່ວຍເຫຼືອລ້າຂອງປະຊາຊົນນອກແວ ລາຍງານໃນວັນທີ 5 ກັນຍາ 2025 ນີ້ວ່າ: ທີມກວດກູ້ພື້ນທີ່ ຫາກໍກວດພົບ ແລະ ໄດ້ທຳລາຍລະເບີດບົມບີ້ ຈຳນວນ 488 ລູກ ແລະ ລູກປືນຄົກ ຂະໜາດ 60mm ຈຳນວນ 7 ໜ່ວຍ ທີ່ສວນກາເຟຢູ່ ທີ່ບ້ານຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກ.

ບ້ານຫຼັກ 45 ນີ້ ເປັນບ້ານໜຶ່ງ ທີ່ມີພື້ນທີ່ອັນຕະລາຍຈາກລະເບີດທີ່ບໍ່ທັນແຕກ (ລບຕ) ຫຼາຍທີ່ສຸດ ຊຶ່ງປະຈຸບັນ ພື້ນທີ່ທີ່ມີຄວາມສ່ຽງແມ່ນກວມເອົາ 47,412 ຕາແມັດ ແລະ ໄດ້ເຮັດການກວດກູ້ໄປແລ້ວ 28,705 ຕາແມັດ.

Related Articles

Leave a Reply