ເຈົ້າໜ້າທີ່ກອງກວດກາປ່າໄມ້ ຮ່ວມກັບເຈົ້າໜ້າທີ່ ປກສ, ປກຊ, ພາສີ, ອົງການໄອຍະການປະຊາຊົນ ໂດຍສະເພາະແມ່ນໂຄງການ P-WEN AND D-WEN ຂອງແຂວງຄໍາມ່ວນໄດ້ທໍາລາຍ (ຝັງດິນ) ສັດປ່າທີ່ຢຶດມາໄດ້ຈໍານວນ 22 ຊະນິດ ມີ 178 ໂຕ ລວມນໍ້າໜັກ ຫຼາຍກ່ວາ 404 ກິໂລກຣາມ ເມື່ອມໍ່ໆມານີ້ ຢູ່ ແຂວງຄໍາມ່ວນ.
ສັດປ່າຈໍານວນດັ່ງກ່າວໄດ້ມາຈາກການກວດກາ ລາດຕະເວນໃນທ້ອງຕະຫຼາດຕາມເບາະແສຂອງພົນລະເມືອງດີລາຍງານ ແລະ ຮ້ານຂາຍເຄື່ອງ ຂອງປະຊາຊົນຈໍານວນໜຶ່ງ.
ສ່ວນຜູ້ກະທໍາຜິດຈໍານວນໜຶ່ງແມ່ນເຈົ້າໜ້າທີ່ໄດ້ດໍາເນີນການສືບສວນ-ສອບສວນເກັບກໍາເອົາຂໍ້ມູນລະອຽດເພື່ອສະຫຼຸບສໍານວນຄະດີ ສົ່ງໃຫ້ໄອຍະການປະຊາຊົນແຂວງຕາມລະບຽບກົດໝາຍ.
ທີ່ມາ: ຂ່າວຄໍາມ່ວນ