ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ, ໄດ້ອອກແຈ້ງການ ເມື່ອວັນທີ 17 ພຶດສະພາ 2021 ໃຫ້ຮູ້ວ່າ: ນັບແຕ່ວັນທີ 18 ພຶດສະພາ 2021 ເປັນຕົ້ນໄປ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນ ຈະບໍ່ອະນຸຍາດໃຫ້ ພະນັກງານພາຍໃນກອງຄຸ້ມຄອງທີ່ຍັງບໍ່ທັນໄດ້ຮັບການສັກຢາວັກຊີນຕ້ານພະຍາດໂຄວິດ-19 ມາປະຈໍາການ ແລະ ຈະບໍ່ອະນຸຍາດໃຫ້ປະຊາຊົນລາວ ແລະ ຕ່າງປະເທດທີ່ບໍ່ໄດ້ຮັບການສັກຢາວັກຊີນຕ້ານພະຍາດດັ່ງກ່າວມາໃຊ້ບໍລິການຢູ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນ (ທົ່ງປົ່ງ), ສາຂາ ເມືອງນາຊາຍທອງ (ນ້ຳຊວງ) ແລະ ສາຂາ ເມືອງໄຊທານີ ທັງນີ້ກໍ່ເພື່ອເປັນການເພີ່ມທະວີການສະກັດກັ້ນການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ສະນັ້ນຜູ້ຈະໄປໃຊ້ບໍລິການຕ້ອງໄດ້ ຖືບັດຢັ້ງຢືນການສັກຢາວັກຊີນຕ້ານໂຄວິດ-19 ໄປນໍາທຸກຄັ້ງ.


