Vientiane Times Lao
ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ຈະຖືກຈັດຂຶ້ນຢູ່ລາວ

ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ຈະຖືກຈັດຂຶ້ນຢູ່ລາວ

ກອງປະຊຸມຄັ້ງທີ 5 ຂອງລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຈະຈັດຂຶ້ນໃນວັນທີ 20 ກຸມພາ 2020 ທີ່ນະຄອນຫຼວງ ວຽງຈັນ ແລະ ກອງປະຊຸມດັ່ງກ່າວ ລັດຖະມົນຕີຕ່າງປະເທດຈາກກໍາປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ສປ ຈີນ ຈະເຂົ້າ ຮ່ວມຫາລືກັນດ້ານການເມືອງ-ຄວາມໝັ້ນຄົງ, ການພັດທະນາເສດຖະກິດ ແລະ ສັງຄົມ-ວັດທະນະທໍາ.

ກົມເສດຖະກິດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຫ່ວາງ ບໍ່ດົນມານີ້ໄດ້ແຈ້ງໃຫ້ຮູ້ວ່າ: ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອ ທົບທວນຄືນການຈັດຕັ້ງຜັນຂະຫຍາຍກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2, ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ແລະ ແຜນປະຕິບັດງານ 5 ປີ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (2018-2022) ແລະ ຈະໄດ້ຮ່ວມກັນປຶກສາຫາລື ໃນການວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍແນໃສ່ການຮ່ວມມືການພັດທະນາເສດຖະກິດ-ສັງຄົມໃນຂົງເຂດ ພາກພື້ນແມ່ນໍ້າຂອງ ບົນພື້ນຖານ 3 ເສົ້າຄໍ້າ ແລະ ແລະ 5 ຂົງເຂດບູລິມະສິດ.

ນອນຈາກນັ້ນ, ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໃນຄັ້ງນີ້ ຍັງເປັນການກະກຽມໃຫ້ແກ່ກອງປະຊຸມຜູ້ນໍາ ປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ທີ່ ສປປ ລາວ ຈະ ເປັນເຈົ້າພາບຈັດຂຶ້ນໃນເດືອນ ມີນາ 2020 ທີ່ ນະຄອນຫຼວງວຽງຈັນ.

ຂ່າວ: ວຽງຈັນທາຍ 

Related Articles

Leave a Reply