ກະຊວງ ປ້ອງກັນປະເທດ ມີແຜນຈະຮັບເອົາຄູອາສາສະໝັກ ຈຳນວນ 2,000 ຄົນ ເຂົ້າເປັນພະນັກງານລັດຖະກອນປ້ອງກັນຊາດ (ທະຫານ), ເຖິງແມ່ນວ່າຈະເປັນທະຫານ, ແຕ່ຈະເຮັດໜ້າທີ່ໃນການສິດສອນ ແລະ ໄດ້ຮັບນະໂຍບາຍຕ່າງໆ ຄືກັບຄູທົ່ວໄປ.
ການຄັດເລືອກເອົາຄູອາສາສະໝັກເຂົ້າເປັນລັດຖະກອນ, ແມ່ນຈະເລັ່ງໃສ່ໂຮງຮຽນເປົ້າໝາຍ ໃນເຂດຊົນນະບົດ ທີ່ຂາດແຄນຄູສອນ.
ສະຫາຍ ພັນໂທ ຄຳພົດ ສີປະໄພ ຫົວໜ້າພະແນກກໍ່ສ້າງຮາກຖານ ກົມກໍ່ສ້າງຮາກຖານການເມືອງ ກົມໃຫຍ່ການເມືອງກອງທັບ ກ່າວວ່າ: ການທີ່ຫັນເອົາຄູອາສາສະໝັກມາເປັນລັດຖະກອນປ້ອງກັນຊາດ ແລະ ຫັນເອົາພະນັກງານ-ນັກຮົບ ໄປເປັນຄູຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກນັ້ນ, ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຕົກລົງ ຂອງລັດຖະບານ ກ່ຽວກັບນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ.
ກະຊວງປ້ອງກັນປະເທດ ໄດ້ອອກແຈ້ງການເປີດຮັບສະໝັກເອົາຄູອາສາສະໝັກໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນເຂດຊົນນະບົດ ແລະ ເຂດພູດອຍ ເພື່ອເຂົ້າເປັນພະນັກງານລັດຖະກອນ ແລະ ການຄັດເລືອກແມ່ນຈະມີເງື່ອນໄຂ ແລະ ຂັ້ນຕອນຕາມລະບຽບການ.
ເພື່ອເປັນການຜັນຂະຫຍາຍການຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດແຄນຄູສອນ, ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ເປິດຊຸດອົບຮົມ ວິຊາຄູຊັ້ນປະຖົມໃຫ້ພະນັກງານ-ນັກຮົບ ເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ I ໄດ້ຈັດຢູ່ທີ່ແຂວງສະຫວັນນະເຂດ.
ຊຸດທີ II ຈັດຢູ່ທີ່ແຂວງຫຼວງພະບາງ ແລະ ປັດຈຸບັນກຳລັງເປີດ ຊຸດທີ III ຢູ່ທີ່ແຂວງຊຽງຂວາງ.
ກ່ອນໜ້ານີ້, ມີບາງສະຫາຍຖືກຄັດເລືອກໃຫ້ເຮັດໜ້າທີ່ເປັນຄູສອນ ຢູ່ຕາມ ໂຮງຮຽນ ໃນເຂດຊົນນະບົດ, ນີ້ແມ່ນຜົນສຳເລັດເບື້ອງຕົ້ນ ທັງແມ່ນໜຶ່ງໃນນະໂຍບາຍທີ່ສຳຄັນຂອງລັດຖະບານເພື່ອແກ້ໄຂບັນຫາການຂາດແຄນຄູ ແລະ ຍົກລະດັບການສຶກສາໃນເຂດຫ່າງໄກສອກຫຼີກ.
ນະໂຍບາຍດັ່ງກ່າວຍັງໄດ້ຊ່ວຍເຫຼືອໃຫ້ເດັກນ້ອຍໄດ້ຮັບໂອກາດທາງດ້ານການສຶກສາຂັ້ນພື້ນຖານ, ນອກຈາກນີ້, ຍັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງ ກອງທັບ ກັບ ປະຊາຊົນ.
ສັງລວມແລ້ວ, ພະນັກງງານ-ນັກຮົບ ຜູ້ທີ່ຈະສັບຊ້ອນໄປສອນໜັງສືຢູ່ເຂດຫ່າງໄກສອກຫຼີກແມ່ນບໍ່ພຽງແຕ່ເປັນຄູສອນເທົ່ານັ້ນ, ແຕ່ຍັງຈະເຮັດວຽກງານຮາກຖານການເມືອງ ຕິດພັນກັບປະຊາຊົນ, ຄຽງຄູ່ກັບວຽກງານວິຊາສະເພາະ ຕາມການມອບໝາຍຂອງຂັ້ນເທິງ.