Vientiane Times Lao
ກັກຕົວຄົນໄທ 5 ຄົນໃນຂໍ້ຫາມີກາເຟປະສົມສານເສບຕິດ ແລະ ອາວຸດປືນໄວ້ຄອບຄອງ

ກັກຕົວຄົນໄທ 5 ຄົນໃນຂໍ້ຫາມີກາເຟປະສົມສານເສບຕິດ ແລະ ອາວຸດປືນໄວ້ຄອບຄອງ

ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ກັກຕົວຄົນໄທ 5 ຄົນ ຢູ່ ບ້ານສະໜາມໄຊ ນະຄອນໄກສອນພົມວິຫານແຂວງສະຫວັນນະເຂດ ໃນຂໍ້ຫາມີກາເຟປະສົມສານເສບຕິດ ແລະ ອາວຸດປືນໄວ້ຄອບຄອງ.

ພັທ ແກ້ວອຸດອນ ສົນທິກຸມມານ ຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ລາຍງານວ່າ: ເວລາປະມານ 12:00 ໂມງ ວັນທີ 26 ສິງຫາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ໄດ້ເຂົ້າກວດຄົ້ນເຮືອນເຊົ່າແຫ່ງໜຶ່ງ ຢູ່ເຂດບ້ານສະໜາມໄຊ ນະຄອນໄກສອນພົມວິຫານ ພົບຜູ້ຕ້ອງສົງໄສ ເປັນຄົນສັນຊາດໄທ 5 ຄົນ (ຍິງ 3 ຄົນ) ຄື: ທ້າວອະນຸວັດ ພົມເລີດ ຫຼື ໄກສອນ ອາຍຸ 44 ປີ ອາຊີບ ກໍາມະກອນ ຢູ່ບ້ານປະກໍ່ ເມືອງຊານຸມານ ເປັນຜົວຂອງນາງອຸບົນລັດ ສິນມາດ ຫຼື ນໍ້າ ອາຍຸ 33 ປີ ອາຊີບ ກໍາມະກອນ ຢູ່ບ້ານດອນຫວາຍ ເມືອງຊານຸມານ, ນາງຖະນັດພັດ ຄາຍທອງ ຫຼື ເໜັ່ງ ອາຍຸ 34 ປີ ອາຊີບຄ້າຂາຍ ຢູ່ບ້ານບຸ່ງ ອໍາເພີເມືອງ, ນາງກິ່ງເພັດ ອາຍຸ 46 ປີ ອາຊີບຄ້າຂາຍ ຢູ່ບ້ານແມດ ອຳເພີລື ແລະ ທ້າວພູສະຫວັດ ພອງແພ່ວ ຫຼື ເຫຼັກ ອາຍຸ 32 ປີ ກໍາມະກອນ ຢູ່ບ້ານເກືອກຸດ ອໍາເພີເມືອງ ທັງໝົດຢູ່ແຂວງອຳນາດຈະເລີນ ປະເທດໄທ.

ຜ່ານການກວດຄົ້ນ ພົບກາເຟ ປະສົມສານຢາເສບຕິດ 62 ຊອງ ແລະ ປືນສັ້ນຍີ່ຫໍ້ ກັອກ 19 ສີດໍາ 1 ກະບອກ ພ້ອມລູກປືນ 12 ລູກ ຢູ່ໃນຫ້ອງນອນຂອງທ້າວອານຸວັດ.

ຜ່ານການສືບສວນສອບສວນ ທ້າວອານຸວັດ ສາລະພາບວ່າ: ກາເຟປະສົມສານເສບຕິດ ແລະ ປືນດັ່ງກ່າວ ແມ່ນຂອງຜູ້ກ່ຽວແທ້, ເຈົ້າໜ້າທີ່ຈຶ່ງດຳເນີນຄະດີໃນຂໍ້ຫາ ມີກາເຟປະສົມສານເສບຕິດ ແລະ ອາວຸດເສິກໄວ້ໃນຄອບຄອງ ທີ່ຜິດກົດໝາຍຂອງ ສປປ ລາວ ແລະ ຄົນໄທອີກ 4 ຄົນ ແມ່ນມອບໃຫ້ເຈົ້າໜ້າທີ່ພະແນກຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ກອງບັນຊາການ ປກສ ແຂວງສະຫວັນນະເຂດດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

ທີ່ມາຂ່າວ-ພາບ: ກອງບັນຊາການ ປກສ ແຂວງສະຫວັນນະເຂດ

Related Articles

Leave a Reply