Vientiane Times Lao
ການກ່າວຫາວ່າຄູຕີນັກຮຽນ ເພດຍິງຢູ່ເມືອງບາຈຽງແມ່ນບໍ່ມີມູນ ຄວາມຈິງ

ການກ່າວຫາວ່າຄູຕີນັກຮຽນ ເພດຍິງຢູ່ເມືອງບາຈຽງແມ່ນບໍ່ມີມູນ ຄວາມຈິງ

ອຳນາດການປົກຄອງ ບ້ານໂພນໄຊ ເມືອງບາຈຽງ ແຂວງຈຳປາສັກ ໄດ້ແຈ້ງໃຫ້ຮູ້ວ່າ: ເລື່ອງສາວຄູໂຮງ ຮຽນປະຖົມໂນນສະອາດໄດ້ຕີນັກ ຮຽນເພດຍິງທີ່ປະກົດໃຫ້ເຫັນຢູ່ໃນສື່ ສັງຄົມອອນລາຍ ໃນວັນທີ 24 ທັນວາ ທີ່ຜ່ານມານັ້ນ ບໍ່ມີມູນຄວາມຈິງ ຊຶ່ງ ມີຮູບນັກຮຽນທີ່ມີເລືອດຍ້ອຍນຳໜ້າ ນັ້ນເປັນພຽງການເກີດອຸປະຕິເຫດ ໃນເວລາທີ່ກໍາລັງອະນາໄມເດີ່ນໂຮງ ຮຽນເທົ່ານັ້ນ.

ທ່ານ ທະກຸນຄຳ ມະຫາລາດ ນາຍ ບ້ານບ້ານໂພນໄຊ ໄດ້ອອກມາຊີ້ແຈງ ໃນບໍ່ດົນມານີ້ກ່ຽວກັບເລື່ອງດັ່ງກ່າວ ວ່າ: ອຸປະຕິເຫດດັ່ງກ່າວແມ່ນເກີດ ຂຶ້ນໃນມື້ວັນທີ 24 ທັນວາ ທີ່ຜ່ານມາ ຍ້ອນວ່າໂຮງຮຽນປະຖົມໂນນສະອາດໄດ້ມີການອອກແຮງງານ ອະນາໄມ ກວດເດີ່ນໂຮງຮຽນ ເພາະໃນວັນທີ 23 ທາງບ້ານໄດ້ມີການເຮັດບຸນປະເພນີ, ມີການຂາຍເຄື່ອງ ແລະ ຄົບງັນຢູ່ເດີ່ນ ຂອງໂຮງຮຽນເຮັດໃຫ້ມີຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຕ່າງໆ. ໃນເວລາທີ່ກວດເດີ່ນນັ້ນສາວຄູໄດ້ໃຊ້ ໄມ້ຟອຍຍາວປະມານ 1 ແມັດເພື່ອ ກວດຂີ້ເຫຍື້ອໂດຍທີ່ບໍ່ໄດ້ສັງເກດວ່າ ຢູ່ປາຍໄມ້ກວດມີເຫຼັກຕະປູ ແລະ ມີ ນັກຮຽນຄົນດັ່ງກ່າວຢູ່ທາງຂ້າງໃນເວ ລາທີ່ຍົກຂຶ້ນເລີຍໄປເກາະເອົາເທິງຫາງຄິ້ວຂອງນັກຮຽນ ແລະ ໄດ້ເຮັດໃຫ້ນັກ ຮຽນຍິງ ຊື່ນາງ ປານັນ ອາຍຸ 8 ປີ ຢູ່ ຫ້ອງ ປ 2 ໄດ້ຮັບບາດເຈັບຄືມີເລືອດ ໄຫຼອອກຕາມຮູບທີ່ເຫັນອອກຕາມ ໂລກອອນລາຍຕ່າງໆນັ້ນ ແລະ ຂຽນ ວ່າຄູຕີນັກຮຽນນັ້ນ ຂໍຢືນຢັນອີກເທື່ອ ໜຶ່ງວ່າ ນັ້ນບໍ່ມີມູນຄວາມຈິງເປັນພຽງ ອຸປະຕິເຫດ.

ທ່ານ ທະກຸນຄຳ ໄດ້ກ່າວຕື່ມວ່າ: ຫຼັງຈາກທີ່ເກີດອຸປະຕິເຫດທາງຄູ ກໍ່ໄດ້ພານັກຮຽນໄປປະຖົມພະຍາບານເບື້ອງຕົ້ນເຊັ່ນ: ລ້າງບາດແຜ, ໃສ່ຢາ ແລະ ໄດ້ເອົາໄປສົ່ງຢູ່ເຮືອນ ຫຼັງຈາກ ນັ້ນຜູ້ປົກຄອງນັກຮຽນກໍ່ໄດ້ພາລູກ ສາວໄປສັກຢາກັນເຕຕານົດຢູ່ໂຮງໝໍ ແຂວງຈຳປາສັກ ປັດຈຸບັນນີ້ທັງຝ່າຍ ໂຮງຮຽນ ແລະ ທາງຝ່າຍຜູ້ປົກ ຄອງເດັກກໍ່ເຫັນດີເປັນເອກກະພາບ ກັນ ຄືໃຫ້ທາງໂຮງຮຽນໃຊ້ຈ່າຍ ຄ່າປິ່ນປົວຕ່າງໆໃນເບື້ອງຕົ້ນໃຫ້ກ່ອນ,  ທາງໂຮງຮຽນແລະຜູ້ປົກຄອງນັກຮຽນຈະຈ່າຍໃຫ້ຕາມຫຼັງ ແລະ ທັງສອງ ຝ່າຍກໍ່ເຫັນດີ ແລະ ໄດ້ໃຫ້ອະໄພ ເຊິ່ງກັນ ແລະ ກັນແລ້ວ.

ຂ່າວ : ສົມພາວັນ

Related Articles

Leave a Reply