Vientiane Times Lao
ການກໍ່ສ້າງຊົນລະປະທານ ດົງສະຫວ່າງທົ່ງ ຈະສໍາເລັດພາຍໃນເດືອນນີ້

ການກໍ່ສ້າງຊົນລະປະທານ ດົງສະຫວ່າງທົ່ງ ຈະສໍາເລັດພາຍໃນເດືອນນີ້

ເພື່ອຄໍາປະກັນດ້ານສະບຽງອາຫານ ໂດຍສະເພາະການຜະລິດເຂົ້າກິນ ແລະ ເພື່ອສົ່ງອອກ, ອໍານາດການປົກຄອງແຂວງສະຫວັນນະເຂດ ໄດ້ມີຫຼາຍໂຄງການພັດທະນາ ພື້ນຖານໂຄງລ່າງ ດ້ານກະສິກຳຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ.

ໂຄງການກໍ່ສ້າງ ແລະ ສ້ອມແປງຊົນລະປະທານ ດົງສະຫວ່າງທົ່ງ ຢູ່ເມືອງສອງຄອນ ແຂວງສະຫວັນນະເຂດ ແມ່ນໜຶ່ງໃນຫຼາຍໂຄງການຍ່ອຍຂອງໂຄງການພັດທະນາ ພື້ນຖານໂຄງລ່າງ ດ້ານກະສິກຳຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ການກໍ່ສ້າງຈະສໍາເລັດໃນທ້າຍເດືອນພຶດສະພາ 2020 ນີ້ ຫຼັງຈາກໄດ້ລົງມືກໍ່ສ້າງນັບແຕ່ວັນທີ 23 ພະຈິກ 2018 ເປັນຕົ້ນມາ, ຮອດປັດຈຸບັນໜ້າວຽກສໍາເລັດແລ້ວຫຼາຍກວ່າ 95%, ໜ້າວຽກປະກອບມີການກໍ່ສ້າງຄອງຊອຍເບຕົງຈຳນວນ 24 ຄອງ, ມີຄວາມຍາວເກືອບ 20 ກິໂລແມັດ, ກໍ່ສ້າງເຮືອນປ້ຳ ຫຼື ບ່ອນວາງຈັກສູບນ້ຳທີ່ມີຂະໜາດໃຫຍ່ທີ່ສຸດຂອງແຂວງ ຈຳນວນ 3 ເຄື່ອງ, ຊຶ່ງສາມາດສູບນໍ້າໄດ້ 1.300 ລິດຕໍ່ວິນາທີ ໂດຍການນຳໃຊ້ນ້ຳຈາກອ່າງເກັບນ້ຳໜອງຫຼວງ.

ໂຄງການດັ່ງກ່າວໂດຍແມ່ນບໍລິສັດລາວມີໄຊ ເປັນຜູ້ຮັບເໝົາກໍ່ສ້າງ, ຊຶ່ງມີມູນຄ່າຫຼາຍກວ່າ 2,3 ລ້ານໂດລາ. ພາຍຫຼັງທີ່ສຳເລັດການກໍ່ສ້າງຊົນລະປະທານດັ່ງກ່າວຈະສາມາດນຳໃຊ້ເຂົ້າໃນການຜະລິດເຂົ້ານາປີໃນເນື້ອທີ່ 800 ເຮັກຕາ ແລະ ຜະລິດເຂົ້ານາແຊງໃນເນື້ອທີ່ 550 ເຮັກຕາ ຊຶ່ງຈະມີປະຊາຊົນຈຳນວນ 4 ບ້ານທີ່ຈະໄດ້ຮັບຜົນປະໂຫຍດ ໃນການຜະລິດກະສິກຳ ຄື: ບ້ານສອງຄອນ, ວິໄຊສົງ, ດົງສະຫວ່າງ ແລະ ບ້ານດອນຍາໂນງ.

ຂ່າວ: ວຽງຈັນທາຍ (ແຫຼ່ງຂ່າວ ໜັງສືພິມສະຫວັນພັດທະນາ)

ພາບ: ໜັງສືພິມສະຫວັນພັດທະນາ 

Related Articles

Leave a Reply