Vientiane Times Lao
ການກໍ່ສ້າງສະຖານີ ວິທະຍຸກະຈາຍສຽງ ແລະ ໂທລະພາບ ແຂວງຫົວພັນ ຈະໃຫ້ສໍາເລັດ ທ້າຍປີ 2026

ການກໍ່ສ້າງສະຖານີ ວິທະຍຸກະຈາຍສຽງ ແລະ ໂທລະພາບ ແຂວງຫົວພັນ ຈະໃຫ້ສໍາເລັດ ທ້າຍປີ 2026

ໂຄງການກໍ່ສ້າງສະຖານີ ວິທະຍຸກະຈາຍສຽງ ແລະ ໂທລະພາບ ແຂວງຫົວພັນ ຄາດວ່າຈະໃຫ້ສໍາເລັດ ທ້າຍປີ 2026, ຊຶ່ງໂຄງການດັ່ງກ່າວນີ້ ມີມູນຄ່າ 146 ຕື້ກວ່າດົງ ໃນນັ້ນ ທຶນຊ່ວຍເຫຼືອລ້າຈາກລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານລາວ 138 ຕື້ກວ່າດົງ ແລະ ທຶນສົມທົບຂອງລັດຖະບານລາວ 7,8 ຕື້ດົງ.

ໃນວັນທີ 27 ຕຸລາ 2025 ຜ່ານມານີ້  ໄດ້ມີພິທີເປີດໂຄງການກໍ່ສ້າງ ດັ່ງກ່າວ  ໂດຍມີທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງຫົວພັນ, ທ່ານ ເລ ກວຽນ ຮອງອຳນວຍການໃຫຍ່ສະຖານີໂທລະພາບຫວຽດນາມ, ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວິທະຍຸກະຈ່າຍສຽງແຫ່ງຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການນີ້ ຈະໄດ້ກໍ່ສ້າງຕາມລະບົບຕ່ອງໂສ້ເຕັກໂນໂລຊີທີ່ທັນສະໄໝຄື: ລະບົບເຄື່ອງສົ່ງໂທລະພາບດີຈິຕອນ ມີມາດຖານການສົ່ງສັນຍານໂທລະພາບພາກພື້ນດິນແບບດີຈິຕອນ ໃຊ້ສໍາລັບການສົ່ງສັນຍານໂທລະພາບ ແລະ ສື່ມີເດຍຜ່ານຄື້ນວິທະຍຸ ແລະ ມາດຕະຖານການສົ່ງສັນຍານດີຈິຕອນ ພາກພື້ນດິນຮຸ່ນທີ 2 ໂດຍປະກອບມີ ອາຄານຕິດຕັ້ງເຄື່ອງສົ່ງສັນຍານ, ເສົາອັງແຕນສູງ 75 ແມັດ, ມີອາຄານເຮັດວຽກ, ຫ້ອງສະຕູດີໂອ ເພື່ອຜະລິດລາຍການ, ບັນດາຫ້ອງອັດພາສາເຜົ່າ. ນອກນັ້ນ, ຍັງປະກອບມີ ລະບົບໄຟຟ້າ, ລະບົບປ້ອງກັນຟ້າຜ່າທີ່ທັນສະໄໝ, ລະບົບປ້ອງກັນອັກຄີໄພ ແລະ ອື່ນໆ, ຊຶ່ງຄາດວ່າທ້າຍປີ 2026 ຈະໃຫ້ສໍາເລັດ.

ໂຄງການກໍ່ສ້າງດັ່ງກ່າວນີ້ ເປັນຂອງຂວັນອັນລໍ້າຄ່າ ແລະ ມີຄວາມໝາຍສຳຄັນເລິກເຊິ່ງຈາກລັດຖະບານຫວຽດນາມ ມອບໃຫ້ແກ່ລັດຖະບານລາວ ກໍຄືແຂວງຫົວພັນ, ແມ່ນໂຄງການໜຶ່ງທີ່ນອນໃນແຜນການຮ່ວມມື ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ, ກາຍເປັນສັນຍາລັກ ແຫ່ງຄວາມສາມັກຄີ ແລະ ເປັນການເສີມຂະຫຍາຍສາຍພົວພັນມິດຕະພາບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດຖະບານ.

ພາຍຫຼັງ ໂຄງການນີ້ ໄດ້ຮັບການກໍ່ສ້າງສໍາເລັດ ແລະ ເປີດການນໍາໃຊ້ ຈະຊ່ວຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ໃນການພັດທະນາພື້ນຖານໂຄງລ່າງສື່ມວນຊົນໃຫ້ມີຄຸນນະພາບ, ເປັນລະບົບທັນສະໄໝ, ວ່ອງໄວ, ຊັດເຈນ ແລະ ທັນການ, ຈະກາຍເປັນກະບອກສຽງອັນສໍາຄັນໃນການໂຄສະນາແນວທາງ, ນະໂຍບາຍຂອງພັກ-ລັດ ເພື່ອໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ.

ແຫຼ່ຂ່າວ: ແຂວງຫົວພັນ

Related Articles

Leave a Reply