ປັດຈຸບັນນີ້ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງພະບາງ ແຂວງຫຼວງພະບາງກໍາລັງເລັ່ງຍົກຍ້າຍສິ່ງກິດຂວາງເປັນຕົ້ນເສົາໄຟຟ້າ, ເຮືອນ, ຮ້ານຄ້າ ແລະ ສິ່ງກີດຂວາງອື່ນໆທີ່ເປັນອຸປະສັກໃນການຂະຫຍາຍເສັ້ນທາງໃນເທດສະບານນະຄອນຫຼວງພະບາງ ຊຶ່ງທ່ານ ບຼົ່ງວ່າງ ຫວ່າງເຈຍຊາ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຫຼວງພະບາງ ຢືນຢັນວ່າການຂະຫຍາຍເສັ້ນທາງດັ່ງກ່າວນີ້ຈະສໍາເລັດຕາມແຜນພາຍໃນ 5 ເດືອນ.
ທ່ານ ບຼົ່ງວ່າງ ຫວ່າງເຈຍຊາ ຫົວໜ້າພະແນກ ຍທຂ ແຂວງຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ໂຄງການປັບປຸງ ແລະ ຂະຫຍາຍເສັ້ນທາງພາຍໃນເທດສະບານນະຄອນຫຼວງພະບາງ ກໍ່ເພື່ອຫຼຸດຜ່ອນຄວາມແອອັດໃນການສັນຈອນທັງເປັນການຫຼຸດຜ່ອນອຸບັດເຫດ ໂດຍໄດ້ນຳສະເໜີກະຊວງ ໂຍທາທິການ ແລະ ຂົນສົ່ງໃນໄລຍະທີ່ຜ່ານມາ ແລະ ໄດ້ຮັບການອະນຸມັດໃນການຈັດຕັ້ງປະຕິບັດໃນປີ 2021 ນີ້, ໃນນັ້ນມີເສັ້ນທາງແຕ່ບ້ານນາສໍາພັນ ຫາບ້ານຂົວທີ່ໜຶ່ງໄລຍະທາງ 1.800 ແມັດ ໂດຍນຳໃຊ້ງົບປະມານທັງໝົດ 16 ຕື້ກ່ວາກີບ ຊຶ່ງໄດ້ຂະຫຍາຍຄວາມກວ້າງບາງເຂດຈາກ 7 ແມັດເປັນ 14 ແມັດ ແລະ ບາງເຂດແມ່ນຈາກ 7 ແມັດເປັນ 10-11 ແມັດ, ປັດຈຸບັນໄດ້ສໍາເລັດໜ້າວຽກເປັນສ່ວນໃຫຍ່ຍັງພຽງວຽກລະອຽດບາງຈຸດ, ສ່ວນເສັ້ນທາງແຕ່ສາມແຍກອະນຸສາວະລີ ປະທານ ໄກສອນ ພົມວິຫານ ຫາສົ້ນຂົວນ້ຳດົງ ໄດ້ຂະຫຍາຍໜ້າທາງຈາກ 7 ແມັດ ເປັນ 11-12 ແມັດ ແລະ ຈະມີການກໍ່ສ້າງທາງຍ່າງທັງສອງເບື້ອງ ແຕ່ສາມແຍກອະນຸສາວະລີປະທານ ໄກສອນ ພົມວິຫານ ໄປຫາຕະຫຼາດໂພສີ ນອກນັ້ນແມ່ນຈະມີການຂະຫຍາຍແຕ່ໜ້າທາງ ແລະ ສ້ອມແປງຮ່ອງລະບາຍນ້ຳ, ມູນຄ່າການກໍ່ສ້າງສ້ອມແປງ 6 ຕື້ກ່ວາກີບ ໂດຍນໍາໃຊ້ກອງທຶນທາງບ້ວງສ້ອມແປງທາງຫຼວງແຫ່ງຊາດ ແລະ ເງິນເກີນແຜນ 40% ຂອງແຂວງ, ປັດຈຸບັນພວມດຳເນີນການກໍ່ສ້າງໂດຍໄດ້ສຳເລັດການຍົກຍ້າຍສິ່ງກີດຂວາງ ແລະ ພວມດຳເນີນການກໍ່ສ້າງຮ່ອງລະບາຍນ້ຳຂ້າງທາງຢູ່ບາງຈຸດ.
ສຳລັບເສັ້ນທາງແຕ່ສາມແຍກອະນຸສາວະລີ ປະທານ ໄກສອນ ພົມວິຫານ ຫາສົ້ນຂົວນ້ຳດົງ ບາງຈຸດອາດຈະດຳເນີນໄປຕາມແຜນການ ແຕ່ບາງຈຸດອາດຈະມີການປັບປ່ຽນເລັກນ້ອຍ ໂດຍສະເພາະແມ່ນຈຸດທີ່ມີເສົາໄຟຟ້າ ເນື່ອງຈາກບໍ່ມີງົບປະມານໃນການຍົກຍ້າຍເສົາ ສ່ວນການປະຕິບັດວຽກງານຕົວຈິງ ຈະເລັ່ງໃຫ້ສຳເລັດຕາມແຜນການພາຍໃນ 5 ເດືອນ.
ຂໍ້ມູນ-ພາບ: ອາພຸດເດດ ບຸບຜາ