Vientiane Times Lao
ການຄ້າຂາຍສັດປ່າແບບຊະຊາຍ ແມ່ນຜິດກົດໝາຍ ແລະ ເປັນໄພຄຸກຄາມຕໍ່ສັດປ່າຫຼາຍຊະນິດ

ການຄ້າຂາຍສັດປ່າແບບຊະຊາຍ ແມ່ນຜິດກົດໝາຍ ແລະ ເປັນໄພຄຸກຄາມຕໍ່ສັດປ່າຫຼາຍຊະນິດ

ການລັກລອບຄ້າຂາຍສັດປ່າແບບຊະຊາຍ ແມ່ນໜຶ່ງໃນທຸລະກິດທີ່ຜິດກົດໝາຍໃນທົ່ວໂລກ, ໂດຍສະເພາະໃນລະຫວ່າງ ປີ 2011 ແລະ 2012 ຢູ່ ສປປ ລາວ ໄດ້ດໍາເນີນການກວດກາການຊື້ຂາຍສັດປ່າ ທີ່ຜິດກົດໝາຍ, ຊຶ່ງສາມາດຍຶດສັດປ່າທີ່ຫວງຫ້າມຈໍານວນ 1, 218 ໂຕ ລວມມີ 39 ຊະນິດ, ຊິ້ນສ່ວນສັດປ່າຫຼາຍກວ່າ 1 ໂຕນ ແລະ ຜະລິດຕະພັນເຄື່ອງປ່າຂອງດົງຈໍານວນ 287 ໂຕນ.

ອີງຕາມແຫຼ່ງຂໍ້ມູນຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ : ການພັດທະນາພື້ນຖານໂຄງລ່າງ ແລະ ການ ຂຸດຄົ້ນນໍາໃຊ້ຊັບພະຍາກອນທໍາມະຊາດ ຍັງຕິດພັນກັບການຄ້າຂາຍສັດປ່າແບບຊະຊາຍໂດຍບໍ່ໄດ້ເອົາໃຈໃສ່ໃນການຄຸ້ມຄອງໃດໆໃນຜ່ານມາ, ໃນນັ້ນ ຂະບວນການສໍາປະທານຂຸດຄົ້ນໄມ້ ຍັງມີກໍາມະກອນຕັດໄມ້ຫຼາຍຄົນຍັງມີລາຍຮັບເສີມຈາກການລ່າສັດ ແລະ ການຄ້າຂາຍຊິ້ນສ່ວນສັດປ່ານຳອີກ.

ສິ່ງເຫຼົ່ານີ້ ເກີດຂຶ້ນຍ້ອນວ່າ, ຍັງມີເຄືອຂ່າຍລັກລອບຄ້າຂາຍສັດປ່າທີ່ຜິດກົດໝາຍຈົນກາຍເປັນຄວາມຊຳນານທີ່ຖືເປັນອາຊີບຫຼັກ ແລະ ຮູ້ວິທີໃນການເຂົ້າເຖິງຖິ່ນຢູ່ອາໄສຂອງສັດປ່າທີ່ຢູ່ຫ່າງໄກ, ຊຶ່ງເປັນສາຍເຫດຫຼັກໆກໍ່ໃຫ້ເກີດການສູນພັນຂອງສັດປ່າຫຼາຍຊະນິດ.

ຂ່າວ: ວຽງຈັນທາຍ

ຮູບ: ປະກອບ

Related Articles

Leave a Reply